ປະທານສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຕິ້ງ

ປະທານສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຕິ້ງ - ảnh 1
ປະທານສະພາແຫ່ງຊາດ ຫງວຽນ​ຊິງ​ຮຸ່ງ
ພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຕິ້ງ
(ພາບປະກອບ: baohatinh.vn)


​​(vovworld) - ຕອນ​ເຊົ້າ​ວັນ​ທີ 07/07, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ຮ່າ​ຕິ້ງ, ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບ້ານ ກີລຽນ, ​ເທດສະບານ ກີ​ແອ​ງ, ​ແຂວງ​ຮ່າ​ຕິ້ງ​. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຂອບ​ໃຈ​ບັນດາ​ຄຳ​ເຫັນ​ປະກອບ, ມີ​ລັກສະນະ​ສ້າງ​ສັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນເທດສະບານກີ​ແອ​ງ ສຳລັບ​ສະພາບ​ການ​ຂອງ​ທ້ອງ​ຖິ່ນ​ ກໍ​ຄື​ຂອງປະ​ເທດ​ຊາດ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ, ​ໃນ​​ໄລຍະ​ຜ່ານ​ມາ, ສະພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ຢ່າງ​ສູງ​ໃຫ້​ແກ່​ວຽກ​ງາ​ນສ້າງ​ກົດໝາຍ, ສ້າງ​ລະບົບ​ກົດໝາຍ​ໃຫ້​ສົມບູນ​ແບບ​, ພິ​ເສດ​ແມ່ນ​ກ່ຽວຂ້ອງ​ເຖິງ​ສິດ​ທິມະ​ນຸດ ​ແລະ ​ເສດຖະກິດ. ​ແກ້​ໄຂບັນດາ​ຄວາມ​ວິຕົກ​ກັງ​ວົນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່ກີ​ແອ​ງ, ສຳລັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ປາດ​ຖະໜາ​ຢາກ​ຮ່ວມ​ມື​ມິດຕະພາບ ​ແລະ ​ສາມັກຄີ​ກັບ​ບັນດາ​ປະ​ເທດ, ຍາດ​ແຍ່ງ​ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດສາ​ກົນ ກໍ​ຄື​ຕັດສິນ​ໃຈ​ຕໍ່​ສູ້​​ເພື່ອປົກ​ປັກ​ຮັກສາອະ​ທິປ​ະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ