ປະທານສະພາແຫ່ງຊາດສ.ເກົາຫຼີສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Chung Ui Hwa
ຢ້ຽມຢາມມະຫາວິທະຍາໄລສັງຄົມ ແລະ ວັດທະນະທຳມະນຸດນະຄອນໂຮ່ຈິມິນ
(ພາບ: TTXVN)
(vovworld) – ວັນທີ 21/03, ທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Chung Ui Hwa ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສ.ເກົາຫຼີ ໄດ້ເດີນທາງອອກຈາກນະຄອນໂຮ່ຈິມິນ, ສິ້ນສຸດການຢ້ຽມຢາມຫວຽດນາມ ເປັນທາງການຢ່າງຈົບງາມ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Chung Ui Hwa ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ, ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ. ທີ່ບັນດາການພົບປະເຈລະຈາ, ການນຳຫວຽດນາມ ແລະ ປະທານສະພາແຫ່ງຊາດສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາ ຈະນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ພັດທະນາຮອບດ້ານໃນທຸກຂົງເຂດຢ່າງດີງາມ.
ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານ Chung Ui Hwa ໄດ້ເຂົ້າຢ້ຽມສູ້ສານ, ອາໄລຫາປະທານໂຮ່ຈິມິນ, ພົບປະກັບປະຊາຄົມຊາວສ.ເກົາຫຼີ ພວມດຳລົງຊີວິດຢູ່ຫວຽດນາມ; ພົບປະແລກປ່ຽນກັບນັກສຶກສາມະຫາວິທະຍາໄລສັງຄົມ ແລະ ວັດທະນະທຳມະນຸດນະຄອນໂຮ່ຈິມິນ, ພົບປະກັບການນຳນະຄອນໂຮ່ຈິມິນ.