ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຂົ້າຮ່ວມລາຍການພົບປະແລກປ່ຽນ“ຄ່ຳຄືນວິສາຫະກິດ2014”

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຂົ້າຮ່ວມລາຍການພົບປະແລກປ່ຽນ“ຄ່ຳຄືນວິສາຫະກິດ2014” - ảnh 1
ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຂົ້າຮ່ວມລາຍການພົບປະແລກປ່ຽນ“ຄ່ຳຄືນວິສາຫະກິດ2014”
(ພາບ: nhandan.com.vn)


(vovworld) – ​​​ຕອນ​ຄ່ຳ​ວັນ​ທີ 25/12, ທີ່​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ, ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ຮ່າ​ໂນ້ຍ ແລະ ວິ​ທະ​ຍ​ຸ​ກະ​ຈາຍ​ສຽງ - ໂທ​ລະ​ພາບ ຮ່າ​ໂນ້ຍ ສົມ​ທົບ​ກັນ​ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ “ຄ່ຳ​ຄື​ນ​ວິ​ສາ​ຫະ​ກິດ 2014”. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ເຂົ້າ​ຮ່ວມ​ລາຍ​ການ ແລະ ມອບ​ບັນ​ດາ​ຂອງ​ຂວັນ​ອັນ​ສູງ​ສົ່ງ​ຂອງ​ພັກ, ລັດ ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ນັກ​ທຸ​ລະ​ກິດທີ່​ມີ​ຜົນ​ງານ​ດີ​ເດັ່ນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ວົງ​ຄະ​ນະ​ຍາດ.

        ໃນ​ຂອບ​ເຂດ​ລາຍ​ການ, ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ພົບ​ປະ​ແລກ​ປ່ຽນກັບ​ຜູ້​ຕາງ​ໜ້າ​ອົງ​ການ​ຄ​ຸ້ມ​ຄອງ​ແຫ່​ງ​ລັດ, ນັກ​ຊ່ຽວ​ຊານ​ເສດ​ຖະ​ກິດ, ນັກ​ທຸ​ລະ​ກິດ​ທີ່​ດີ​ເດັ່ນ, ບັນ​ດາ​ນັກ​ປາ​ຖະ​ກະ​ຖາ​ມີ​ອິດ​ທິ​ພົນ​ຊື່​ສ​ຽງ, ໄດ້​ແບ່ງ​ປັນ​ຄວາມ​ຮູ້ ແລະ ບົດ​ຮຽນ​ຜ່ານ​ການ​ໂອ​້​ລົມ​ສົນ​ທະ​ນາ “ໂອ້​ລົມ​ສົນ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ - ແງ່​ຫວັງ 2015”.

        ລາຍ​ການ​ພົບ​ປະ​ແລກ​ປ່ຽນ “ຄ​່ຳ​ຄືນ​ວິ​ສາ​ຫະ​ກິດ 2014” ແມ່ນ​ໂອ​ກາດ​ເພື່ອ​ເຊີດ​ຊູ​ບັນ​ດາ​ນັກ​ທຸ​ລະ​ກິດ, ວ​ິ​ສາ​ຫະ​ກິດມີ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ປີ​ຜ່ານ​ມາ. ເນື່ອງ​ໃນ​ໂອ​ກາດນີ້, ມີຫຼາຍ​ວິ​ສາ​ຫະ​ກິດ ແລະ ນັກ​ທຸ​ລະ​ກິດ​​ເປັນ​ກຽດທີ່​ໄດ​້ຮັບຫຼຽນ​ໄຊ​ແຮງ​ງານ, ໃບ​ຍ້ອງ​ຍໍ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ເກືອບ 200 ວິ​ສາ​ຫະ​ກິດ ແລະ ນັກ​ທຸ​ລະ​ກິດ ໄດ້​ຮັບ​ໃບ​ຍ້ອງ​ຍໍ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ