ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ເອີລົບ

ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ເອີລົບ - ảnh 1
ທ່ານ​ນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ
ພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ເອີລົບ
(ພາບ: 
qdnd.vn)

(vovworld) - ໂດຍ​ສືບ​ຕໍ່​ປະ​ຕິ​ບັດ​​ການ​ຢ້ຽມ​ຢາມ​ສ.ເຊັກ​ໂກ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 14/04 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທ​ິ​ກິມ​ເງິນ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​​​ຂັ້ນ​ສູງສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ມີ​ການ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ບັນ​ດາ​ຊາວ​ຫວ​ຽດ​ນາມ ອາ​ໄສ​ຢ​ູ່​ເອີ​ລົບ. ຢູ່​ທີ່ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທ​ິ​ກິມ​ເງິນ ປາດ​ຖະ​ໜາ​ວ່າ, ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ ສືບ​ຕ​ໍ່​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ແກ່ນ​ສານ​ສຳ​ຄັນ ຕິດ​ພັນ​ກັບພໍ່​ແມ່​ປະ​ຊາ​ຊົນ​ທີ່​ຫ່າ​ງ​ຈາກ​ບ້ານ​ເກີດ​ເມືອງນອນ, ພ້ອມ​ກັນ​ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​​ຊາດ, ພັດ​ທະ​ນາ​ພາ​ສາ​ຫວຽດ​.


ຕອບກັບ

ຂ່າວ/ບົດ​ອື່ນ