ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບປະທານສະພາແຫ່ງຊາດ Timor Leste ແລະ ປະທານສະພາຕ່ຳຟິລິບປີນ

(VOVWORLD) -ຕອນບ່າຍວັນທີ 11 ພຶດສະພາ, ຢູ່ຫໍປະຊຸມເອກະພາບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນ Timor Leste ທ່ານ Aderito Hugo Da Costa. 

ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບປະທານສະພາແຫ່ງຊາດ Timor Leste ແລະ ປະທານສະພາຕ່ຳຟິລິບປີນ - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ຕ້ອນຮັບປະທານສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນ Timor Leste)

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງເລື່ອງສະພາແຫ່ງຊາດ Timor Leste ໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງມາເຂົ້າຮ່ວມກອງປະຊຸມຫົວເລື່ອງສະເພາະຂອງກອງປະຊຸມສະຫະພັນລັດຖະສະພາສາກົນ (IPU) ພາກພື້ນອາຊີ - ປາຊີຟິກ; ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມ. ທ່ານນາງ ຫວຽນທິກິມເງິນ ຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ Timor Leste, ນັບທັງໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ.

        ທ່ານປະທານສະພາແຫ່ງຊາດ Aderito Hugo Da Costa ຫວັງວ່າ, 2 ຝ່າຍຈະເພີ່ມທະວີການຮ່ວມມືໃນການຜະລິດ, ປຸງແຕ່ງ ແລະ ສົ່ງອອກກາເຟ; ຮ່ວມມືໃນຂົງເຂດຂຸດຄົ້ນນ້ຳມັນອາຍແກັສ ແລະ ປາດຖະໜາຢາກທາບທາມບົດຮຽນຂອງຫວຽດນາມ ໃນຂົງເຂດອາຊີບການປະມົງ ແລະ ພັດທະນາກະສິກຳ.

        ແລະກໍ່ໃນຕອນບ່າຍວັນທີ 11 ພຶດສະພາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ໃຫ້ການຕ້ອນຮັບປະທານສະພາຕ່ຳ, ຫົວໜ້າຄະນະຜູ້ແທນຟິລິບປີນ Pantaleon D.Alvarez. ນະທີ່ນີ້, ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າ, ໃນໄລຍະຈະມາເຖິງ 2 ຝ່າຍຈະເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ, ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ 2 ຝ່າຍຕ້ອງເພີ່ມທະວີບັນດາການຮ່ວມມື 2 ຝ່າຍ, ແລກປ່ຽນຄະນະຜູ້ແທນທຸກຂັ້ນກວ່າ.

        ສ່ວນທ່ານປະທານສະພາຕ່ຳ Pantaleon D.Alvarez ໄດ້ຢືນຢັນການສະໜັບສະໜູນຂອງ ຟິລິບປີນ ເຂົ້າໃນຫົວຂໍ້ຂອງກອງປະຊຸມຫົວເລື່ອງສະເພາະ IPU ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ