ປະທານສະພາແຫ່ງຊາດຫວຽດນາມພົບປະກັບປະທານາທິບໍດີມຽນມາ

ປະທານສະພາແຫ່ງຊາດຫວຽດນາມພົບປະກັບປະທານາທິບໍດີມຽນມາ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ  ຫງວຽນ​ທິກີ​ມ​ເງິນ
​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ມຽນມາ Htin Kyaw

(vovworld) - ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ມຽນມາ, ຕອນ​ບ່າຍ​ວັນ​ທີ 30/09 ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ໄດ້​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ມຽນມາ Htin Kyaw. ນະ​ທີ່​ນີ້, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເພື່ອ​ແນ​ໃສ່​ຢືນຢັນ​ຄວາມ​ປາດ​ຖະໜາ​ຂອງ ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ກັບ ມຽນມາ ຢ່າງ​​ແໜ້ນ​​ແຟ້ນກ່ວາ​ອີກ ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ 2 ອົງການ​ນິຕິບັນຍັດ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ສະ​ແດງ​ຄວາມ​ຫວັງ​ວ່າ ທ່ານ​ປະທານາທິບໍດີ ມຽນມາ ຈະ​ສ້າງ​ເງື່ອນ​ໄຂ​ດີ​ກ່ວາ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ລົງທຶນ, ດຳ​ເນີນ​ທຸລະ​ກິດຢູ່ ມຽນມາ. ​ເລື່ອ​ງບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ໃຫຍ່, ປະສົບ​ກັບ​ຜົນສຳ​ເລັດ ​ແລະ ມີ​ອິດ​ທິພົນ​ຊື່​ສຽງ​ຂອງ ຫວຽດນາມ ​ໄປ​​ເຄື່ອນ​ໄຫວ​ຢູ່ ມຽນມາ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ການ​ພັດທະນາ​ເສດຖະກິດ​ຂອງ ມຽນມາ.

        ສ່ວນ​ທ່ານ​ປະທານາທິບໍດີ ມຽນມາ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ມີ​ບາງ​ນັກ​ລົງທຶນ ຫວຽດນາມ ​ໄປ​ ເຄື່ອນ​ໄຫວ​ຢູ່ ມຽນມາ ​ແລະ ມີ​ຫລາຍ​ໂຄງການ​ຂອງ ຫວຽດນາມ ພວມ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ປະທານາທິບໍດີ ມຽນມາ​ ກໍ່​ແຈ້ງ​​ໃຫ້​ຮູ້​ວ່າ​: ມຽນມາ ພວມ​ດຳ​ເນີນ​ການ​ປັບປຸງ ​ແລະ ສຳ​ເລັດ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ກ່ວາ ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ມີ​ກາລະ​ໂອກາດ​ແລກປ່ຽນ​ຄ້າຂາຍ, ດຳ​ເນີນ​ທຸລະ​ກິດ​ຢູ່ ມຽນມາ, ສ້າງ​ກາລະ​ໂອກາດ​ສະ​ເໝີ​ພາບ​​ໃຫ້​ບັນ​ດາ​ນັກ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ