(VOVWORLD) -ບັນດານັກເຈລະຈາຈີນ ແລະ ອາເມລິກາ ພວມບັນລຸໄດ້ບາດກ້າວໃນການເຈລະຈາ ເພື່ອແນໃສ່ຢຸດຕິສົງຄາມດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກວ່າໝູ່ໃນໂລກ
ທ່ານປະທານາທິບໍດີອາເມລິກາ Donald Trump
(ພາບປະກອບ: AFP/TTXVN)
|
ແລະ “ບັນດາການເຈລະຈາກັບຈີນ ພວມດຳເນີນໄປຢ່າງດີງາມ” ແມ່ນສິ່ງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ເຕື້ອງເຖິງໃນສື່ສັງຄົມອອນລາຍ Twitter ໃນວັນທີ 08 ມັງກອນ. ປະຈຸບັນ, ທັງຝ່າຍອາເມລິກາ ແລະ ຈີນ ຍັງບໍ່ທັນມີຝ່າຍໃດສະໜອງຂໍ້ມູນຂ່າວສານລະອຽດກ່ຽວກັບການເຈລະຈາ ທີ່ກ້າວເຂົ້າມື້ທີ່ 2 ເຊິ່ງດຳເນີນຢູ່ປັກກິງ.
ກ່ອນໜ້ານັ້ນ, ໃນບົດກ່າວປາໄສເມື່ອວັນທີ 07 ມັງກອນ, ທ່ານລັດຖະມົນຕີການຄ້າອາເມລິກາ Wilbur Ross ຖືວ່າ, ການເຈລະຈາຢູ່ປັກກິງ ໃນຄັ້ງນີ້ ຈະຊ່ວຍກຳນົດວ່າ ອາດສາມາດແກ້ໄຂບັນດາຄວາມບໍ່ລົງລອຍກັນດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກວ່າໝູ່ຢູ່ໃນໂລກຜ່ານການເຈລະຈາໄດ້ ຫຼື ບໍ່.