ປະທານາທິບໍດີ Putin ອ່ານສານສະຫະພັນ ປີ 2012

ປະທານາທິບໍດີ Putin ອ່ານສານສະຫະພັນ ປີ 2012 - ảnh 1
ປະທານາທິບໍດີ ລັດ​ເຊຍ Vladimir Putin
ພາບ:internet
(vovworld) - ວັນ​ທີ 12/12, ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ອ່ານ​ສານ​ສະຫະລັດ ປີ 2012 ຕໍ່ຫນ້າ​ສະພາ​​ແຫ່ງ​ຊາດ ລັດ​ເຊ​ຍ ດ້ວຍ​ຈຸດ​ສຸມ​ແມ່ນ​ສອງ​ບັນຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ພັດທະນາ​ປະ​ເທດ ລັດ​ເຊຍ ທັນ​ສະ​ໄຫມ, ຮອບດ້ານ. ທ່ານ​ປະທານາທິບໍດີ Putin ​ໄດ້​ເຕ​ື້ອງ​ເຖິງ​ທິດ​ທາງ​ພັດທະນາ​ປະ​ເທດ​ຊາດ​ໃນ ອາຍຸ​ການ 6 ປີ ​ເປັນ​ປະທານາທິບໍດີລັດ​ເຊຍ ​ແລະ ​ໃຫ້​ແກ່​ໄລຍະ​ຮອດ​ປີ 2020. ປະທານາທິບໍດີ Putin ​ໄດ້​ຊີ້​ແຈງ​ວ່າ ​ໄລຍະ​ຈະ​ມາ​ເຖິງ​ແມ່​ນບາດ​ລ້ຽວສຳຄັນ​ສຳລັບ ສະຫະພັນ​ລັດ​ເຊຍ ​ແລະ ທົ່ວ​ໂລກ. ​ໃນ​ສະພາບ​ການ​ໂລກ ​ໃນ​ສັດຕະ​ວັດ​ທີ 21 ມີ​ການ​ແບ່ງ​ແຍກ​ກຳ​ລັງ​ໃຫມ່​ກ່ຽວ​ກັບ​ເສດຖະກິດ, ການ​ທະຫານ ​ແລະ ຄວາມສີວິ​ໄລ, ປະ​ເທດ​ລັດ​ເຊຍ ຕ້ອງ​ຮັກສາ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ​ວັດທະນະທຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບຂອງ​ຕົນ, ຕ້ອງ​ພັດທະນາ​ກາຍ​ເປັນ​ລັດ​ມີ​ອະທິປະ​ໄຕ​​ເຂັ້ມແຂງ​. ກ່ຽວ​ກັບ​ເສດຖະກິດ, ປະທານາທິບໍດີ Putin ​ເນັ້ນ​ຫນັກ​ວ່າ: ອຳນາດ​ການ​ປົກຄອງ​ສະຫະພັນ ບໍ່​ພຽງ​ແຕ່​ສຳ​ເລັດ​ຄຳ​ໝັ້ນ​ສັນຍາ ​ແມ່ນ​ຮອດ​ປີ 2020 ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ 25 ລ້ານ​ຄົນ​ທີ່​ມີ​ຄຸນ​ນະພາ​ບສູງ​ເທົ່າ​ນັ້ນ ຫາກ​ຕ້ອງ​ພັດທະນາ​ໃນ​ທຸກຂະ​ແຫນງ​ການ, ທຸກ​ຂົງ​ເຂດ​ເສດຖະກິດ​ຕາມ​ທິດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ກ້າວຫນ້າ ​ແລະ ບັນດາ​ຜົນງານ​ໃຫມ່​ຂອງ​ວິທະຍາສາດ ​ເຕັກນິກ.
ຂ່າວ/ບົດ​ອື່ນ