ປະທານາທິບໍດີ V.Putin ຮັກສາອັດຕາການສະໜັບສະໜູນຢ່າງສູງໃນການຢັ່ງຫາງສຽງ

(VOVWORLD) - ໃນຂະນະນັ້ນ, ບັນດາອົງການຢັ່ງຫາງສຽງພວມຕັ້ງໜ້າປະກາດບັນດາຕົວເລກກ່ຽວກັບອັດຕາຜູ້ສະໜັບສະໜູນບັນດາຜູ້ຮັບສະໝັກເລືອກຕັ້ງ ກໍ່ຄືອັດຕາຜູ້ມີສິດເລືອກຕັ້ງຈະໄປປ່ອນບັດ.
 ປະທານາທິບໍດີ V.Putin ຮັກສາອັດຕາການສະໜັບສະໜູນຢ່າງສູງໃນການຢັ່ງຫາງສຽງ - ảnh 1 ທ່ານປະທານາທິບໍດີ ຄົນປະຈຸບັນ Vladimir Putin

ຍັງມີເວລາພຽງເດືອນດຽວເທົ່ານັ້ນແມ່ນຈະຮອດວັນຜູ້ມີສິດເລືອກຕັ້ງ ລັດເຊຍ ໄປປ່ອນບັດເລືອກຕັ້ງປະທານາທິບໍດີ. ບັນຊີລາຍຊື່ບັນດາຜູ້ຮັບສະໝັກເລືອກຕັ້ງໄດ້ສະຫລຸບແລ້ວ ດ້ວຍ ຈຳນວນ 8 ຄົນ. ປະຈຸບັນ, ບັນດາຜູ້ຮັບສະໝັກເລືອກຕັ້ງພວມກະກຽມກ້າວເຂົ້າສູ່ການໂຕ້ວາທີ, ຮອບທີ 1 ດຳເນີນໃນວັນທີ 26 ກຸມພາ ທີ່ສະຖານີວິທະຍຸປະເທດ ລັດເຊຍ. ໃນຂະນະນັ້ນ, ບັນດາອົງການຢັ່ງຫາງສຽງພວມຕັ້ງໜ້າປະກາດບັນດາຕົວເລກກ່ຽວກັບອັດຕາຜູ້ສະໜັບສະໜູນບັນດາຜູ້ຮັບສະໝັກເລືອກຕັ້ງ ກໍ່ຄືອັດຕາຜູ້ມີສິດເລືອກຕັ້ງຈະໄປປ່ອນບັດ. ວັນທີ 20 ກຸມພາ, ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ມົດສະກູ ໄດ້ຄັດສະເໜີຕົວເລກສະຖິຕິຂອງກອງທຶນຄຳເຫັນສັງຄົມ (FOM) ກໍ່ຄືອົງການຢັ່ງຫາງສຽງ (VSIOM), ທ່ານປະທານາທິບໍດີ ຄົນປະຈຸບັນ Vladimir Putin ຍາມໃດກໍ່ມີອັດຕາຜູ້ສະໜັບສະໜູນສູງສຸດ ແລະ ເປັນປົກກະຕິຢູ່ໃນລະດັບ 70%. ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ ບໍ່ທັນມີປັດໄຈໃດກີດຂວາງທ່ານປະທານາທິບໍຄົນປະຈຸບັນ Putin ຮັບການເລືອກຕັ້ງດຳລົງຕຳແໜ່ງນີ້ອີກສະໄໝໜຶ່ງ ແລະ ການຊ່ວງເສັງຈະແມ່ນສຳລັບຕຳແໜ່ງທີ 2 ແລະ 3 ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ