ປະທານາທິບໍດີ ຝຣັ່ງ ກ່າວປະນາມການກະທຳໃຊ້ຄວາມຮຸນແຮງຂອງຜູ້ແຫ່ຂະບວນປະທ້ວງ “ເສື້ອເຫຼືອງ”

(VOVWORLD) - ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໄດ້ກ່າວປະນາມເລື່ອງກຸ່ມຄົນແຫ່ຂະບວນປະທ້ວງ “ເສື້ອເຫຼືອງ” ທັບປະຕູເພື່ອບຸກເຂົ້າໄປໃນຫ້ອງການຂອງໂຄສົກລັດຖະບານ ຝຣັ່ງ ທ່ານ Benjamin Griveaux ໃນວັນທີ 05 ມັງກອນ.
ປະທານາທິບໍດີ ຝຣັ່ງ ກ່າວປະນາມການກະທຳໃຊ້ຄວາມຮຸນແຮງຂອງຜູ້ແຫ່ຂະບວນປະທ້ວງ “ເສື້ອເຫຼືອງ” - ảnh 1 ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron (ພາບ: AFP/TTXVN )

ວັນທີ 06 ມັງກອນ, ທ່ານປະທານາທິບໍດີ  Emmanuel Macron ຖືວ່າ: “ບັນດາຜູ້ປົກປ້ອງປະເທດ ຝຣັ່ງ, ບັນດາຜູ້ທີ່ຕ່າງໜ້າໃຫ້ປະເທດ ຝຣັ່ງ, ບັນດາສັນຍາລັກຂອງປະເທດ ຝຣັ່ງ” ພວມຖືກບຸກໂຈມຕີ. ທ່ານປະທານາທິບໍດີ ຝຣັ່ງ ຖືນີ້ແມ່ນການກະທຳຮ້າຍແຮງທີ່ສຸດ ແນໃສ່ພື້ນຖານສາທາລະນະລັດ.

        ການແຫ່ຂະບວນປະທ້ວງໃນວັນທີ 05 ມັງກອນ ຂອງຂະບວນການແຫ່ຂະບວນປະທ້ວງ "ເສື້ອເຫຼືອງ" ຢູ່ ຝຣັ່ງ ໄດ້ກ້າວເຂົ້າສູ່ອາທິດທີ 8 ແລ້ວ ແລະ ພວມແຜ່ລາມໄປໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ