ປະທານາທິບໍດີ ສ.ເກົາຫຼີ Moon Jae-in ຢ້ຽມຢາມ ອິນເດຍ

(VOVWORLD) - ວັນທີ 08 ກໍລະກົດ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ມາຮອດ ອິນເດຍ, ເລີ່ມຕົ້ນການໄປຢ້ຽມຢາມທາງລັດຖະກິດ ອິນເດຍ ເພື່ອພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Narendra Modi ກ່ຽວກັບການເພີ່ມທະວີສາຍພົວພັນ 2 ຝ່າຍໃຫ້ດີກ່ວາອີກ.

ການພົບປະສຸດຍອດລະຫວ່າງທ່ານປະທານາທິບໍດີ Moon Jae-in ແລະ ທ່ານນາຍົກລັດຖະມົນຕີ Narendra Modi ຈະດຳເນີນໃນວັນທີ 10 ກໍລະກົດ, ສ້າງເປັນຂີດໝາຍການພົບປະຄັ້ງທີ 2 ລະຫວ່າງການນຳ 2 ທ່ານ ພາຍຫລັງການພົບປະຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຢູ່ເຢຍລະມັນ ປີ 2017.

        ພາຍຫລັງຢ້ຽມຢາມ ອິນເດຍ, ວັນທີ 11 ກໍລະກົດ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຈະໄປ ສິງກະໂປ ໃນຂອບເຂດການເດີນທາງຢ້ຽມຢາມທາງລັດຖະກິດຢູ່ຕ່າງປະເທດ ເປັນເວລາ 3 ວັນ

 

ຕອບກັບ

ຂ່າວ/ບົດ​ອື່ນ