ປະທານາທິບໍດີ ສເກົາຫຼີ ສືບຕໍ່ຖືກທວງໃຫ້ລາອອກຈາກຕຳແໜ່ງ
ແຫ່ຂະບວນຄັດຄ້ານລັດຖະບານຢູ່ນະຄອນຫຼວງ ເຊີອູນ
(ພາບ: Reuters)
(vovworld) - ວັນທີ 12/11, ຊາວ ສເກົາຫຼີ ນັບພັນຄົນໄດ້ເຂົ້າຮ່ວມການແຫ່ຂະບວນຄັດຄ້ານລັດຖະບານຢູ່ນະຄອນຫຼວງ ເຊີອູນ ເພື່ອທວງໃຫ້ທ່ານນາງປະທານາທິບໍດີ ສເກົາຫຼີ Park Geun-Hye ຕ້ອງລາອອກຈາກຕຳແໜ່ງ. ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາການແຫ່ຂະບວນປະທ້ວງຂະໜາດໃຫຍ່ສຸດຢູ່ ສເກົາຫຼີ ໃນ 30 ປີທີ່ຜ່ານມາ. ຕຳຫຼວດຄາດຄະເນວ່າມີຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງປະມານ 170.000 ຄົນ, ແຕ່ບັນດາຜູ້ຈັດຕັ້ງການແຫ່ຂະບວນປະທ້ວງພັດຖືວ່າມີປະມານ 1 ລ້ານຄົນ. ຕຳຫຼວດ ສເກົາຫຼີ 25.000 ຄົນໄດ້ຮັບການຜັນຂະຫຍາຍ ເພື່ອຮັບປະກັນໃຫ້ການ ແຫ່ຂະບວນປະທ້ວງດຳເນີນໄປໃນສັນຕິພາບ. ກ່ອນໜ້ານັ້ນ, ວັນທີ 11/11, ລັດຖະບານ ສເກົາຫຼີ ໄດ້ຮຽກຮ້ອງປະຊາຊົນມີຄວາມທຸ່ນທ່ຽງໃຈ, ເຄົາລົບກົດໝາຍ, ບໍ່ໄດ້ກໍ່ໃຫ້ເກີດສະພາບຂາດຄວາມເປັນລະບຽບຮຽບຮ້ອຍເມື່ອເຂົ້າຮ່ວມການແຫ່ຂະບວນປະທ້ວງ. ນີ້ແມ່ນການແຫ່ຂະບວນປະທ້ວງ ຄັ້ງທີ 3 ຢ່າງລຽນຕິດ ເພື່ອຄັດຄ້ານທ່ານນາງປະທານາທິບໍດີ Park Geun-Hye ໄດ້ປະໃຫ້ສ່ຽງຜູ້ສະໜິດສະໜົມຂອງຕົນແຊກແຊງເຂົ້າວຽກງານບໍລິຫານລັດຖະບານ.