ປະທານາທິບໍດີ ອາເມລິກາ ຢັ້ງຢືນການພົວພັນອັນດີງາມກັບ ເອີລົບ

(VOVWORLD) - ວັນທີ 06 ກໍລະກົດ ທ່ານປະທານາທິບໍດີ ອາເມລິກາ Donald Trump ເນັ້ນໜັກວ່າ ການພົວພັນລະຫວ່າງປະເທດນີ້ ແລະ ເອີລົບ ພວມພັດທະນາຢ່າງແຮງ
ປະທານາທິບໍດີ ອາເມລິກາ ຢັ້ງຢືນການພົວພັນອັນດີງາມກັບ ເອີລົບ - ảnh 1ທ່ານປະທານາທິບໍດີ Donald Trump ກ່າວຄຳເຫັນທີ່ນະຄອນຫລວງ Vacsava ໃນຂອບເຂດການຢ້ຽມຢາມ ໂປໂລກ (ພາບ: AFP/ TTXVN)

ກ່າວຄຳເຫັນທີ່ນະຄອນຫລວງ Vacsava ໃນຂອບເຂດການຢ້ຽມຢາມ ໂປໂລກ, ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ ວໍຊິງຕັນ ໄດ້ສະແດງຄຳໝັ້ນສັນຍາປ້ອງກັນລວມກັບອົງການສົນທິສັນຍາອັກລັງຕິກເໜືອ (NATO) ໂດຍຜ່ານທັງຄຳເວົ້າ ແລະ ການກະທຳ. ທ່ານ Donald Trump ໄດ້ຄັດສະເໜີມາດຕາທີ 5 ຂອງສົນທິສັນຍາ NATO, ໃນນັ້ນ ໃຫ້ຄຳໝັ້ນສັນຍາວ່າບັນດາປະເທດສະມາຊິກຂອງອົງການນີ້ຈະປ້ອງກັນເຊິ່ງກັນ ແລະ ກັນ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ໃຫ້ຮູ້ວ່າ ບັນດາປະເທດ ເອີລົບ ຄວນເພີ່ມທະວີການລົງທຶນກ່ວາອີກ ໃນຂົງເຂດປ້ອງກັນຊາດເພື່ອ “ການປົກປັກຮັກສາຂອງຕົນເອງ”.

ຕອບກັບ

ຂ່າວ/ບົດ​ອື່ນ