ປະທານາທິບໍດີຟິລິບປີນຂໍໂທດປະຊາຄົມຊາວຢິວ
ທ່ານປະທານາທິບໍດີ Duterte
(ພາບປະກອບ: opinion.inquirer.net)
(vovworld) - ວັນທີ 02/10, ທ່ານປະທານາທິບໍດີຟິລິບປີນ ໄດ້ສົ່ງຄຳຂໍໂທດ “ຢ່າງຈິງໃຈ ແລະ ເລິກເຊິ່ງ” ເຖິງປະຊາຄົມຊາວຢິວ ພາຍຫຼັງທີ່ທ່ານປຽບທຽບການກວາດລ້າງອາດຊະຍາກຳຢາເສັບຕິດຂອງຕົນ ກັບການເຂັ່ນຂ້າຊາວຢິວ ຂອງຟາດຊິດ Adolf Hitler. ກ່າວຄຳເຫັນທາງໂທລະພາບ, ທ່ານປະທານາທິບໍດີ Duterte ໄດ້ຍ້ອມຮັບວ່າ, ບັນດາຄຳວິຈານຂອງທ່ານເມື່ອວັນທີ 30/09 ໄດ້ກໍ່ໃຫ້ເກີດປະຕິກິລິຍາຢ່າງແຮງຈາກປະຊາຄົມຊາວຢິວ ໃນທົ່ວໂລກ, ແຕ່ທ່ານຢືນຢັນວ່າ, ເລື່ອງທ່ານເຕື້ອງເຖິງການເຂັ່ນຂ້າຊາວຢິວ ແມ່ນເພື່ອແນໃສ່ໂຕ້ຕອບບັນດາຜູ້ຕຳໜິຕິຕຽນ, ປຽບທຽບທ່ານຄ້າຍຄື Hitler. ທ່ານປະທານາທິບໍດີ Duterte ເນັ້ນໜັກວ່າ “ຂ້າພະເຈົ້າຢາກເວົ້າແຈ້ງວ່າ ຄຳເວົ້າຂອງຂ້າພະເຈົ້າບໍ່ແມ່ນການກະທຳເຕະຕ້ອງເຖິງຊາວຢິວ 6 ລ້ານຄົນຖືກເຂັ່ນຂ້າໃນສົງຄາມໂລກຄັ້ງທີ 2. ຂ້າພະເຈົ້າສົ່ງຄຳຂໍໂທດຢ່າງຈິ່ງໃຈ ແລະ ເລິກເຊິ່ງເຖິງປະຊາຄົມຊາວຢິວ”.