ປະທານາທິບໍດີ ຢູແກຼນ Petro Poroshenko
ພາບ:motthegioi.vn
|
(vovworld)- ວັນທີ 4/8, ປະທານາທິບໍດີ ຢູແກຼນ Petro Poroshenko ໄດ້ຮຽກໂຮມການປະຊຸມກັບບັນດານາຍພົນຊັ້ນນຳ ເພື່ອປຶກສາຫາລືກ່ຽວກັບການຜັນແປຫລ້າສຸດ ພາຍຫລັງບັນດາການເຈລະຈາ ເພື່ອແນໃສ່ຢຸດຕິການປະທະກັນກັບກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກ ຢູແກຼນ ຖືກປະລາໄຊ. ຫ້ອງວ່າການປະທານາທິບໍດີ ຢູແກຼນ ໄດ້ຄັດຄຳປາໄສຂອງ ປະທານາທິບໍດີ ຢູແກຼນ Petro Poroshenko ເມື່ອເນັ້ນຫນັກກັບບັນດາສະມາຊິກສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ບັນດາລັດຖະມົນຕີຫລັກແຫລ່ງ ໂດຍຊີ້ແຈ້ງວ່າ: ພວກເຮົາຄວນກຳນົດແຜນການເພີ່ມທະວີການປ້ອງກັນຢ່າງຈະແຈ້ງໃນກໍລະນີການປະທະກັນປີນຂັ້ນໄດຢູ່ພາກຕາເວັນອອກ. ກ່ອນຫນ້ານັ້ນ, ວັນທີ 3/8 ທ່ານ ປະທານາທິບໍດີ ຢູແກຼນ Petro Poroshenko ໄດ້ສົ່ງທູດພິເສດເຖິງ Minsk ເພື່ອປຶກສາຫາລືກັບກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກ ຢູແກຼນ ແລະ ບັນດານັກເຈລະຈາຂອງ ລັດເຊຍ ກ່ຽວກັບຂໍ້ຕົກລົງຖອນ ອາວຸດປະເພດ ໃຫມ່.