ປະທານາທິບໍດີລັດເຊຍກ່າວເຕືອນຜົນຮ້າຍຢ້ອນຫຼັງຈາກບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ

(VOVWORLD) -ທ່ານປະທານາທິບໍດີລັດເຊຍ Vladimir Putin ກ່າວເຕືອນວ່າ, ບັນດາຄຳສັ່ງລົງໂທດຕໍ່ລັດເຊຍ ເຊິ່ງສະພາສູງອາເມລິກາ ຫາກໍ່ຮັບຮອງເອົາ ຈະເຮັດໃຫ້ບັນດາການພົວພັນລະຫວ່າງ 2 ປະເທດສັບສົນຂຶ້ນຕື່ມ.

ປະທານາທິບໍດີລັດເຊຍກ່າວເຕືອນຜົນຮ້າຍຢ້ອນຫຼັງຈາກບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບ: AP)

ເມື່ອຕອບສຳພາດທາງໂທລະພາບໃນວັນທີ 17 ມີຖຸນາ, ທ່ານປະທານາທິບໍດີ Vladimir Putin ໄດ້ກ່າວເຕືອນວ່າ, ລັດເຊຍ ອາດຈະ “ປັບປຸງບາງຢ່າງ” ຫຼື “ປະຕິບັດບາງມາດຕະການຕື່ມອີກ”. ການນຳລັດເຊຍ ກໍ່ຢືນຢັນວ່າ, ບັນດາຄຳສັ່ງລົງໂທດຂອງອາເມລິກາ ຈະບໍ່ພາໃຫ້ລັດເຊຍ ຖືກຕົກເຂົ້າສູ່ “ສະພາບບໍ່ມີທາງອອກ ຫຼື ລົ້ມລະລາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ