ປະທານາທິບໍດີສ.ເກົາຫຼີຢັ້ງຢືນສືບຕໍ່ມານະພະຍາຍາມໂອ້ລົມສົນທະນາກັບສປປ.ເກົາຫຼີ

ປະທານາທິບໍດີສ.ເກົາຫຼີຢັ້ງຢືນສືບຕໍ່ມານະພະຍາຍາມໂອ້ລົມສົນທະນາກັບສປປ.ເກົາຫຼີ - ảnh 1
ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye
(ພາບ: scmp.com)

(vovworld) – ​​​​​ວັນ​ທີ 23/12, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye ຢັ້ງ​ຢືນ​ວ່າ: ລັດ​ຖະ​ບານ​ປະ​ເທດນີ້​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ໂອ້​ລົມ​ສົນ​ທະ​ນາ​ກັບ ສປ​ປ. ເກົາຫຼີ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕັ້ງ​ໜ້າ​​ກະ​ກຽ​ມ​ໃຫ້​ແກ່​ພາລະ​ກິດ​​ທ້ອນ​ໂຮມ 2 ພາກ​ເກົາຫຼີ ໃຫ້​ເປັນ​ເອ​ກະ​ພາບ​ນັບແຕ່​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂອງ​ຄະ​ນະ​ລັດ​ຖະ​ບານ, ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ Park ເນັ້ນ​ໜັກ​ວ່າ: Seoul ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ 2 ພາກ​ເກົາຫຼີ​ບົນ​ຈິດ​ໃຈສັດ​ຊື່​ບໍ​ລິ​ສ​ຸດ, ເປີດ​ອົກ​ເປີດ​ໃຈ ແລະ ປະ​ຕິ​ບັດ​ຕາມຫຼັກ​ການຕ່າງໆ. ທ່ານ​ນາງ Park ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕັ້ງ​ໜ້າ​ກະ​ກຽມ​ໃຫ້​ການ​​ທ້ອນ​ໂຮມ 2 ພາກ ເກົາຫຼີ​ໃຫ​້​ເປັນເອ​ກະ​ພາບ​ໃນ​ອະ​ນາ​ຄົດ​ນັບ​ແຕ່​ປີ 2015, ພ້ອມ​ທັງ​ໃຫ້​ຮູ້​ວ່າ: ສ. ເກົາຫຼີ ຈະ​ກະ​ກຽມ​ສະ​ໜອງ​ບັນ​ດາ​ການ​ໜູນ​ຊ່ວຍ​ທີ່​ຈຳ​ເປັນ​ໃຫ້​ແກ່​ປະ​ຊາ​ຊົນ ສປ​ປ​. ເກົາຫຼີ. ທ່ານ​ນາງ Park ເນັ້ນ​ໜ​ັກ​ວ່າ: ສ​ປ​ປ ເກົາ​ຫຼີ ​ເປັນເອ​ກະ​ພາບ​ຈະ​ແມ່ນ “ຄວາມ​ວັດ​ທະ​ນາ​ຖາ​ວອນ” ໃຫ້​ແຫຼ​ມ ເກົາຫຼີ, ໃຫ້​ແກ່​ພາ​ກ​ພື້ນ ແລະ ກໍ່​ຄື​ສຳ​ລັບ​ໂລກ.

 


ຂ່າວ/ບົດ​ອື່ນ