ປະທານາທິບໍດີສ.ເກົາຫຼີຮຽກຮ້ອງໂອ້ລົມສົນທະນາເປັນປະຈຳກັບສປປ.ເກົາຫຼີ

ປະທານາທິບໍດີສ.ເກົາຫຼີຮຽກຮ້ອງໂອ້ລົມສົນທະນາເປັນປະຈຳກັບສປປ.ເກົາຫຼີ - ảnh 1
ທ່ານ​ນາງ​ປະ​ທ​າ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye
(ພາບ: AFP)

(vovworld) – ປະ​ທານ​າ​ທິ​ບໍ​ດີ​ສ.ເກົາຫຼີ​ຮຽກ​ຮ້ອງ​ໂອ້​ລົມ​ສົນ​ທະ​ນາ​​ເປັນປະ​ຈຳ​ກັບ​ສ​ປ​ປ.ເກົາຫຼີ - ວັນ​ທີ 6/10, ທ່ານ​ນາງ​ປະ​ທ​າ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye ໄດ້​ຍົກ​ອອກ​ຂໍ້​ສະ​ເໜີດັ່ງ​ກ່າວ​ເມື່ອ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ ສ​ປ​ປ ເກົາຫຼີ ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ສ. ເກົາຫຼີ ໃນ​ທ້າຍ​ອາ​ທິດນີ້ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈັດ​ຕັ້ງ​ຮອບ​ເຈ​ລະ​ຈາ​ຂັ້ນ​ສ​ູງ​ລະ​ຫວ່າງ 2 ພາກ​ເກົາຫຼີ ຄັ້ງ​ທີ 2.

        ທ່ານ​ນາງ Park Geun – hye ໃຫ້​ຮູ້​ວ່າ: 2 ຝ່າຍ​ຄວນ​ມາ​ນະ​ພະ​ຍາ​ຍາມ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ວິ​ວັດ​ການ​ 2 ພາກທ້ອນ​ໂຮມເປັນ​ເອ​ກະ​ພາບ​ດ້ວຍ​ວິ​ທີ​ຈັດ​ຕັ້ງ​ຮອບ​ເຈ​ລະ​ຈາ​ຂັ້ນ​ສູງ​ລະ​ຫວ່າງ 2 ພາ​ກ​ເປັນ​ປະ​ຈຳ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​​ວ່າຮອບ​ເຈ​ລະ​ຈາ​ຈະ​ມາ​ເຖິງ​ບໍ່​ແມ່ນ​ເຫດ​ການ​ດຳ​ເນີນ​ພຽງ​​ເທື່ອ​ດຽວ. ທ່ານ​ນາງ  Park ເນັ້ນ​ໜັກ​ວ່າ: ສາຍ​ພົວ​ພັນ​ບໍ່​ດີລະ​ຫວ່າງ 2 ພາກ ເກົາຫຼີ, ພາ​ໄປ​ເຖິງ​ການ​ປະ​ລ​າ​ໄຊ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ພາກ. ດັ່ງ​ນັ້ນ, ຕາມທ່ານ​ນາງ Park ແລ້ວ, ເລື່ອງ 2 ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຈັດ​ຕັ້ງ​ຮອບ​ເຈ​ລະ​ຈາ​ຂັ້ນ​ສູງ ມີ​ຄວາມ​ໝາຍ​ອັນ​​ໃຫຍ່ຫຼວງ, ເປັນ​ຂີດ​ໝາຍ​ບາດ​ລ້ຽວ​ໃນ​ການ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ 2 ພາກ​ເກົາຫຼີ.

 



ຂ່າວ/ບົດ​ອື່ນ