ປະທານາທິບໍດີອາເມລິກາອ່ານສານສະຫະລັດ,ຢືນຢັນປະເທດອາເມລິກາປອດໄພ,ເຂັ້ມແຂງແລະເອກອ້າງທະນົງໃຈ

(VOVWORLD) -ໃນເວລາ 9 ໂມງຕອນຄ່ຳວັນທີ 30 ມັງກອນ (ຕາມເວລາອາເມລິກາ) ກົງກັບ 9 ໂມງເຊົ້າວັນທີ 30 ມັງກອນ ຕາມເວລາຫວຽດນາມ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີບົດກ່າວປາໄສຕໍ່ສະພາສູງ ແລະ ສະພາຕ່ຳ ແລະ ທົ່ວປວງຊົນ ຫຼືຍັງເອີ້ນວ່າ ສານສະຫະລັດ.

ປະທານາທິບໍດີອາເມລິກາອ່ານສານສະຫະລັດ,ຢືນຢັນປະເທດອາເມລິກາປອດໄພ,ເຂັ້ມແຂງແລະເອກອ້າງທະນົງໃຈ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: AFP)

ສານສະຫະລັດຄັ້ງນີ້ຂອງທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງ, ຍ້ອນວ່າມັນບໍ່ພຽງແຕ່ແມ່ນບົດສະຫຼຸບບັນດາໝາກຜົນທີ່ບັນລຸໄດ້ໃນປີທຳອິດຂອງອາຍຸການປະທານາທິບໍດີເທົ່ານັ້ນ, ຫາກມັນຍັງສ້າງ ບັນດາຈຸດສຸມໃນນະໂຍບາຍພົວພັນພາຍໃນຂອງອຳນາດການປົກຄອງອາເມລິກາ ເປັນຮູບປະທຳໃນຊຸມປີຈະມາເຖິງຢ່າງຈະແຈ້ງອີກດ້ວຍ.

        ຕາມສື່ມວນຊົນອາເມລິກາ ແລ້ວ, ສານສະຫະລັດຂອງທ່ານປະທານາທິບໍດີ Donald Trump ຈະຍົກອອກຫົວຂໍ້ສ້າງປະເທດອາເມລິກາ ປອດໄພ, ເຂັ້ມແຂງ ແລະ ເອກອ້າງທະນົງໃຈ. ກ່ອນທີ່ຍົກອອກບົດກ່າວປາໄສຢ່າງເປັນທາງການ, ທ່ານ Trump ໄດ້ເປີດເຜີຍວ່າ, ເນື້ອໃນຕົ້ນຕໍຂອງສານສະຫະລັດ ຈະມີບັນດາຫົວເລື່ອງກ່ຽວກັບດ້ານການຄ້າ ແລະ ນະໂຍບາຍເຂົ້າເມືອງ ແລະ ໃຫ້ຮູ້ວ່າ, ຈະເຕື້ອງເຖິງບັນຫາປະຕິຮູບການເຂົ້າເມືອງ ແລະ ຊອກຫາການສະໜັບສະໜູນຂອງພັກປະຊາທິປະໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ