ປະທານເວທີປາໄສຮຽກຮ້ອງໃຫ້ອາຊີສະໜັບສະໜູນໂລກາພິວັດ

ປະທານເວທີປາໄສຮຽກຮ້ອງໃຫ້ອາຊີສະໜັບສະໜູນໂລກາພິວັດ - ảnh 1
ເວທີປາໄສອາຊີປົວຢາວ 2017
(ພາບ​ປະ​ກອບ: THX/TTXVN)

(vovworld) - ​​ ​ບັນ​ດາ​ປະ​ເທດ​ອາ​ຊ​ີ ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັ​ກ​ຄີ ເພື່ອ​ແນ​ໃສ່​ຍູ້​ແຮ​ງວິ​ວັດ​ທະ​ນາ​ການ​ໂລ​ກາ​ພິ​ວັດ ກໍ່​ຄື​ບັນ​ລຸ​ໄດ້​ຄາດ​ໝາຍ​ພັດ​ທະ​ນາ​ລວມ. ນີ້​ແມ່ນ​ຄຳ​ກ່າວ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ເວ​ທີ​ປາ​ໄສ​ອາ​ຊ​ີ​ປົວ​ຢາວ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ຢີ​ປ​ຸ່ນ Yasuo Fukuda, ຢູ່ນອກ​ເຫດ​ການ​ທີ່​ພວມ​ດຳ​ເນີນ​ໄປ​ຢູ່​ແຂວງ ໄຫ​ໜານ, ທາງ​ພາກ​ໃຕ້​ປະ​ເທດ​ຈີນ. ຕາມ​ທ່ານ​ແລ້ວ, ໃນ​ຈຸດ​ເວ​ລາ​ເກີດ​ກະ​ແສ​ຟ​ອງ​ຕ້ານ​ຄືນ​ໂລ​ກາ​ພິ​ວັດທົ່ວ​ໂລກ​ ໃນ​ໂລກ​ທີ່​ພວມ​ມີ​ທ່າ​ອ່ຽງ​ພົ້ນ​ເດັ່ນ​ຂຶ້ນ, ບັນ​ດາ​ປະ​ເທດ​ອາ​ຊີ ຄວນ​ສາ​ມັກ​ຄີ​ນຳ​ກັນ.  ກ່ຽວ​ຂ້ອງ​ເຖິງ​ເນື້ອ​ໃນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ, ທ່ານ Yasuo Fukuda ຢືນ​ຢັນ​ວ່າ, ໂຕ​ກຽວ ສະ​ໜັບ​ສະ​ໜູນ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຮ່ວມ​ມື​ກັບ​ອົງ​ການ​ການ​ເງິນ​ດັ່ງ​ກ່າວ, ຜ່ານນັ້ນ​ຊຸກຍ​ູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຢູ່​ພາກ​ພຶ້​ນ​ອາ​ຊີ - ປາ​ຊີ​ຟິກ ຜ່ານ​ການ​ເພີ່ມ​ທະ​ວ​ີ​ການ​ເຊື່ອມ​ໂຍງດ​້ານ​ເສດ​ຖະ​ກິດ​ພາກ​ພື້ນ ກໍ​ຄື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ. ເວ​ທີ​ປາ​ໄສ​ອາ​ຊີປົວ​ຢາວ 2017 ຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນ ແລະ ຊຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ວິ​ທີ​ເພື່ອ​ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ພວມ​ພັດ​ທະ​ນາ​ໃຫ້ຮັບ​ມື​ກັບ​ການ​ໂລ​ກາ​ພິ​ວັດ​ຢ່າງ​ເໝະ​ສົມ.


ຂ່າວ/ບົດ​ອື່ນ