ປະມວນກົດໝາຍອາຍາປີ 2015 ເຊີດຊູປະສິດທິຜົນໃນການສະກັດກັ້ນ ແລະ ມຸ່ງໄປສູ່ຄວາມສຸດຈະລິດ

(VOVWORLD) -ປະມວນກົດໝາຍອາຍາມີຜົນສິກສິດນັບແຕ່ວັນທີ 1 ມັງກອນປີ 2018 ເປັນຕົ້ນໄປ
ປະມວນກົດໝາຍອາຍາປີ 2015 ເຊີດຊູປະສິດທິຜົນໃນການສະກັດກັ້ນ ແລະ ມຸ່ງໄປສູ່ຄວາມສຸດຈະລິດ - ảnh 1ທ່ານ ປ.ອ ດິງເທ້ຮຶງ ສັງກັດສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ແລກປ່ຽນກັບນັກຂ່າວຂ່າວສານຫວຽດນາມ 

ນີ້ແມ່ນປະມວນກົດໝາຍທີ່ມີຄວາມໝາຍສຳຄັນພິເສດ, ມີບົດບາດຫັນເນື້ອໃນຈິດໃຈ ລັດຖະທຳມະນູນປີ 2013 ແລະ ເນື້ອໃນຈິດໃຈການປະຕິຮູບດ້ານຕຸລາການຕາມມະຕິ 08 ແລະ ມະຕິ 49 ຂອງກົມການເມືອງເປັນລະອຽດ. ຕາມບັນດາຜູ້ຊ່ຽວຊານແລ້ວ, ປະມວນກົດໝາຍອາຍາປີ 2015 ໄດ້ຮັບການຮຽບຮຽງຕາມຖືເປັນສຳຄັນການສ້າງນະໂຍບາຍອາຍາ ແລະ ລະບຽບການດຳເນີນຄະດີໃຫ້ສົມບູນແບບ ເຊີດຊູປະສິດທິຜົນໃນການສະກັດກັ້ນ ແລະ ມຸ່ງໄປສູ່ຄວາມສຸດຈະລິດໃນການລົງໂທດຜູ້ກະທຳຜິດ.

  ປະມວນກົດໝາຍອາຍາປີ 2015 ທີ່ປະກາດໃຊ້ຄັ້ງນີ້ ຈະສາມາດແກ້ໄຂຈຸດອ່ອນຕ່າງໆຂອງ ປະມວນກົດໝາຍອາຍາປີ 1999, ປະກອບສ່ວນເຂົ້າໃນການສ້າງລະບອບເສດຖະກິດການຕະຫຼາດໃຫ້ສົມບູນແບບ ແລະ ສົດໃສ ດ້ວຍການປັບປຸງສຳລັບອາດຊະຍາກຳເສດຖະກິດ. ນອກຈາກນັ້ນ, ປະມວນກົດໝາຍອາຍາປີ 2015 ຍັງສະແດງໃຫ້ເຫັນຈິດໃຈເຊື່ອມໂຍງເຂົ້າກັບສາກົນສູງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ