ປະ​ເທດ​ຊາດ​ແຫ່ງ​ສັກ​ກາລະ​ບູ​ຊາ - ບົດ​ເພງ​ແຫ່ງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ

(VOVWORLD) - ລາຍການແມ່ນບົດເພງເຕັມໄປດ້ວຍຄວາມເອກອ້າງທະນົງໃຈ ຂອງຊາດ ລວມມີ 3 ພາກສ່ວນ: ພາກທີ 1ແມ່ນ “ເອກະພາບ, ເສລີພາບແມ່ນສິ່ງທີ່ມີຄຸນຄ່າທີ່ສຸດ”, “ຄຳສັ່ງສອນຂອງລຸນໂຮ່ ດັ່ງກ້ອງກັງວານທົ່ວ 4 ທິດ” ແລະ “ສະຫງ່າລາສີ ນະຄອນມີຊື່ຂອງເພິ່ນ”
ປະ​ເທດ​ຊາດ​ແຫ່ງ​ສັກ​ກາລະ​ບູ​ຊາ - ບົດ​ເພງ​ແຫ່ງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ - ảnh 1ລາຍການສະແດງສິລະປະ “ປະເທດຊາດແຫ່ງສັກກາລະບູຊາ”  (ພາບ: VOV)

ລາຍການສະແດງສິລະປະ “ປະເທດຊາດແຫ່ງສັກກາລະບູຊາ” ເພື່ອສະເຫຼີມສະຫຼອງ 79 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8/1945 – 19/8/2024) ແລະ ວັນຊາດປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945 – 2/9/2024) ໄດ້ດຳເນີນໃນຕອນຄ່ຳວັນທີ 2 ກັນຍາ, ຢູ່ຖະໜົນຄົນຍາງ ຫງວຽນເຫ້ວ, ເມືອງ 1, ນະຄອນໂຮ່ຈີມິນ.

ລາຍການແມ່ນບົດເພງເຕັມໄປດ້ວຍຄວາມເອກອ້າງທະນົງໃຈ ຂອງຊາດ ລວມມີ 3 ພາກສ່ວນ: ພາກທີ 1ແມ່ນ “ເອກະພາບ, ເສລີພາບແມ່ນສິ່ງທີ່ມີຄຸນຄ່າທີ່ສຸດ”, “ຄຳສັ່ງສອນຂອງລຸນໂຮ່ ດັ່ງກ້ອງກັງວານທົ່ວ 4 ທິດ” ແລະ “ສະຫງ່າລາສີ ນະຄອນມີຊື່ຂອງເພິ່ນ”, ໄດ້ນຳຜູ້ຊົມເຂົ້າບັນຍາກາດສະແດງສິລະປະທີ່ເຕັມໄປດ້ວຍສີສັນ ຜ່ານບັນດາບົດເພງຍືນຍົງຄົງຕົວຊົ່ວກາລະນານ. ຜ່ານນັ້ນ ຫວນຄືນຂະບວນການເດີນທາງຊອກຫາເສັ້ນທາງກູ້ຊາດຢູ່ຕ່າງປະເທດ ຂອງປະທານ ໂຮ່ຈີມິນ, ການສ້າງຕັ້ງຂອງພັກກອມມູນິດ ຫວຽດນາມ, ຜົນສຳເລັດຂອງ ການປະຕິວັດເດືອນສິງຫາ, ການສາຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ - ລັດແຫ່ງກຳມະກອນ ຊາວກະສິກອນແຫ່ງທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ