ປາກິສະຖານດຳເນີນການເລືອກຕັ້ງທ້ອງຖີ່ນຄັ້ງທຳອິດໃນໜຶ່ງທົດສະວັດ
ທ່ານນາຍົກລັດຖະມົນຕີ Nawaz Sharif
(ພາບປະກອບ: THX/TTXVN)
(vovworld) - ວັນທີ 31/10, ຊາວປາກິສະຖານ ນັບລ້ານຄົນ ໄດ້ໄປປ່ອນບັດເລືອກຕັ້ງຂັ້ນທ້ອງຖີ່ນຄັ້ງທຳອິດໃນໄລຍະສິບປີຜ່ານມາ. ນີ້ຖືກຖືວ່າແມ່ນການລົງປະຊາມະຕິກາງສະໄໝສຳລັບພັກສະຫະພັນອິດສະລາມ ປາກິສະຖານ (PMLN) ກຳອຳນາດ ຂອງທ່ານນາຍົກລັດຖະມົນຕີ Nawaz Sharif. ການເລືອກຕັ້ງຖືກດຳເນີນຢູ່ 2 ໃນຈຳນວນ 4 ແຂວງຂອງປາກິສະຖານ, ດ້ວຍຈຳນວນພົນລະເມືອງຂອງທັງ 2 ແຂວງດັ່ງກ່າວແມ່ນ 24,6 ລ້ານຄົນ. ສ່ວນ 2 ແຂວງຍັງເຫຼືອໄດ້ຈັດຕັ້ງການເລືອກຕັ້ງກ່ອນນີ້ 2, 3 ເດືອນແລ້ວ. ຝ່າຍຄ້ານຫວັງວ່າຈະກໍ່ສ້າງພັນທະມິດທີ່ກວ້າງໃຫຍ່, ສາມາດທ້າທາຍກັບພັກ PMLN ໃນການເລືອກຕັ້ງທົ່ວປະເທດຈະມາເຖິງ. ບັນດານັກສັງເກດການພວມຕິດຕາມການເລືອກຕັ້ງທ້ອງຖີ່ນຢູ່ PunJab, ແຂວງທີ່ມີພົນລະເມືອງຫຼາຍ ແລະ ຮັ່ງມີກວ່າໝູ່ຂອງ ປາກິສະຖານ, ນີ້ກໍ່ແມ່ນແຫ່ງທີ່ທ່ານ Nawaz Sharif ຍາດໄດ້ການສະໜັບສະໜູນສູງສຸດຢ່າງໃກ້ຊິດ.