ປາແລດສະຕິນ ຈັດການເລືອກຕັ້ງທ່ົວປະເທດໂດຍໄວ

ປາແລດສະຕິນ ຈັດການເລືອກຕັ້ງທ່ົວປະເທດໂດຍໄວ - ảnh 1
( ທ່ານ Azzam Al Ahmad )
( vov world )     ວັນ​ທີ 5 ກຸມ​ພາ, ທີ່​ການ​ພົບ​ປະ​ຢູ່ ​ໂດ​ຮາ ຂອງ ກາ​ຕາ, ຜູ້ຕາງໜ້າ​ຂອງ​ຝ່າຍ ຟາ​ຕາ ​ແລະ ຂະ​ບວນການ​ປະ​ກອບ​ອາ​ວຸດ​ສາສະໜາ​ມຸດ​ສະ​ລິ​ມ ຮາ​ມາດ ຂອງ ປາ​ແລດ​ສະຕິ​ນ ​ໄດ້​ມີ​ການ​ຕົກລົງ​ນຳ​ກັນ​ວ່າ ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ ​ແລະ ການ​ເລືອກ​ຕັ້ງ​ປະທານາທິບໍດີ ປາ​ແລດ​ສະຕິ​ນ ຄວນ​ໄດ້​ຮັບ​ການຈັດ​ຕັ້ງ​ຂື້ນ​ໂດຍ​ໄວ. ​ໂຄສົກ​ຂອງ ຟາ​ຕາ, ທ່ານ Azzam Al Ahmad ​ໃຫ້​ຮູ້​ວ່າ, ທ່ານ​ປະທານາທິບໍດີ ປາ​ແລດ​ສະຕິ​ນ Mahmud Abbas ​ແລະ ການ​ນຳ ຮາມາດ ​ທ່ານ Khaled Meshaal ​ໄດ້​ມີ​ການ​ພົບ​ປະກັນ​ເພື່ອ​ຢັງ​ຫາງ​ສຽງກ່ຽວກັບຄວາມ​ສາມາດ​ສ້າງ​ຕັ້ງ​ລັດຖະບານ ປາ​ແລດ​ສະຕິ​ນ ​ຊົ່ວ​ຄາວເພື່ອ​ກະ​ກຽມ​ໃຫ້​ແກ່ການ​ເລືອ​ງຕັ້ງ​ທົ່ວ​ປະ​ເທດ ​ແລະ ປຶກສາ​ຫາລື​ການ​ປະຕິບັດ​ຂໍ້​ຕົກລົງ​​ໄກ່​ເກ່ຍ​ເຊິ່ງ 2 ຝ່າຍ​ບັນລຸ​ໄດ້​ເມື່ອ​ເດືອນ ພຶດສະພາ ປີ 2011. ການ​ພົບ​ປະ​ຄັ້ງ​ນີ້​ໄດ້​ດຳ​ເນີນ​​ໄປຢ່າງ​ຕັ້ງໜ້າ, 2 ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​​ໃນທຸກໆ​ດ້ານກ່ຽວ​ກັບບັນດາ​ບັນຫາ​ທີ່​ສຳ​ຄັນ​ເຊິ່ງກ່ຽວ​ຂ້ອງ​ເຖິງ​ການ​ປະຕິບັດ​ຂໍ້​ຕົກລົງ​ໄກ່​ເກ່ຍ, ​ໃນ​ນັ້ນ​ມີ​ເລື່ອ​ງຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​​​ໂດ​ຍ​ໄວ, ນອກຈາກ​ຂໍ້​ຕົກລົງ​ດັ່ງ​ກາວ, 2 ຝ່າຍ​ກໍ່​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວກັບ​ການ​ເຈ​ລະ​ຈາ​ສັນຕິພາບ​ເຊິ່ງພວມຕົກ​ຢູ່​ໃນສະພາບ​ບໍ່​ມີ​ທາງ​ອອກລະຫວ່າງ ປາ​ແລດ​ສະຕິ​ນ ​ແລະ ອິດສະ​ຣາ​ແອນ .

ຂ່າວ/ບົດ​ອື່ນ