ປາແລດສະຕີນ ມີ ນາຍົກລັດຖະມົນຕີຄົນໃໝ່

ປາແລດສະຕີນ ມີ ນາຍົກລັດຖະມົນຕີຄົນໃໝ່ - ảnh 1
ທ່ານ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas
(ພາບ: en.trend.az)

(vovworld) - ທ່ານ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas ​ໄດ້​ບົ່ງ​ຕົວ​ທ່ານ Rami Hamdullad ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່ຂອງ​ປະ​ເທດ​ນີ້, ​ແທນ​ໃຫ້​ທ່ານ​ນາຍົກລັດຖະມົນຕີ Salam Fayyad ຜູ້ຫາ​ກໍ່​ລາ​ອອກ​ຈາກ​ຕຳ່​ແໜ່​ງ. ທ່ານ Rami Hamdullad, ​ເຊິ່ງ​ແມ່ນ​ສະມາຊິກ​ພັກ Fatad ຂອງ​ປະທານາທິບໍດີ Mahmoud Abbas, ​ແມ່ນ​ຜູ້​ບໍ່​ມີ​ບົດຮຽນ​ດ້ານການ​ເມືອງ​ຫຼາຍ. ຄຳ​ຕັດສິນ​ດັ່ງກ່າວ​ຂອງປະທານາທິບໍດີ Mahmoud Abbas ​ໄດ້​ຮັບ​ການ​ປະກາດ​ເມື່ອຕອນ​ບ່າຍ​ວັນ​ທີ 2/6. ປະທານາທິບໍດີ Mahmoud Abbas ກໍ່​ຮຽກ​ຮ້ອງ​ໃຫ້​ທ່ານ Rami Hamdullad ສ້າງ​ຕັ້ງ​ລັດຖະບານ​ໃໝ່.

ຂ່າວ/ບົດ​ອື່ນ