ປ່ຽນໃໝ່ເຕັກນິກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ປ່ຽນໃໝ່ເຕັກນິກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 4/6, ຢູ່ ​ເກີນ​ເທີ, ອົງການ​ພັດທະນາ ​ແລະ ກູ້ຊ່ວຍ (ADRA) ປະຈຳ ຫວຽດນາມ ​ແລະ ADRA ລາວ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ ປ່ຽນ​ໃໝ່​ປະດິດ​ສ້າງ​ເຕັກນິກ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ເພື່ອ​ແນໃສ່ເລີ່ມປະຕິບັດໂຄງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການ “ຝຶກ​ອົບຮົມ ​ແລະ ຜັນ​ຂະຫຍາຍ​ການ​ເຄື່ອ​ນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂັ້ນ​ພາກ​ພື້ນ”. ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ບັນ​ດາ​ນັກ​ຊ່ຽວຊານໄດ້​ແບ່ງ​ປັນບົດຮຽນ​ ​ແລະ ບັນດາ​ຄວາມ​ຮູ້​ກ່ຽວ​ກັບ​ບັນດາ​ຮູບ​ແບບ​ປະດິ​ດສ້າງ, ວິທີ​ສຳ​ຜັດ​ດີ​ທີ່​ສຸດ ​ແລະ ບົດ​ຮຽນ​ໃນ​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂດຍ​ອີງ​ໃສ່​ວົງ​ຄະນະ​ຍາດ. ຈາກ​ນັ້ນ, ​ເພີ່ມ​ທະວີ​ການ​ໂອ້​ລົມ​ສົນທະນາ​ພາກ​ພື້ນ ​ແລະ ການຮ່ວມ​ມືໃນ​ອະນາຄົດ​ກ່ຽວ​ກັບ​ການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ພ້ອມ​ທັງ ສົ່ງ​ເສີມການ​ເຂົ້າ​ຮ່ວມ ​ແລະ ການ​ກະທຳ​ຂອງ​ພາກ​ເອກະ​ຊົນ​ດ້ວຍ​ວິທີ​ຍົກ​ສູງຄວາມຮູ້ກ່ຽວ​ກັບ​ການ​ກະທົບ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເຖິງ​ຕະຫລາດ​ດຳ​ເນີນ​ທຸລະ​ກິດ ​ແລະ ບົດບາດ​ຂອງ​ພາກ​ເອກະ​ຊົນ​ໃນ​ການ​ຮັບ​ມື​ກັບ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

    ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ມິ​ງ​ເທ໋, ຮອງ​ຫົວໜ້າ​ພະ​ແນ​ກຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ນະຄອນ ​ເກີນ​ເທີ ​​ເນັ້ນ​ໜັກ​ວ່າ: ບັນດາ​ແຂ​ວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ຄວນ​ຍູ້​ແຮງ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລ​ະ ບຳລຸງ​ສ້າງ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ເຕັກນິກ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂອບ​ເຂດ​ຄຸ້ມຄອງກະສິກຳ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ​​ແບບ​ຍືນ​ຍົງ​ຢູ່​ຂັ້ນ​ວົງ​ຄະນະ​ຍາດ. ຜ່ານ​ນັ້ນ, ​ປະກອບເຄື່ອນມື, ອຸປະກອນ​ໃຫ້​ປະຊາຊົນ​ຢູ່​ເຂດ​ຊົນນະບົດເພື່ອ​ວາງ​ແຜນການ​ໃຫ້​ແກ່ອະນາຄົດ​ເມື່ອ​ຕ້ອງປະ​ເຊີນ​ໜ້າ​ກັບ​ການ​ກະທົບທີ່ນັບມື້ນັບ​ເພີ່ມ​ຂຶ້ນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

 

ຂ່າວ/ບົດ​ອື່ນ