ຜັນຂະຫຍາຍໂຄງການດຳເນີນງານແຫ່ງຊາດ“ບໍ່ມີໄພອຶດຫີວ“ ຕາມຂໍ້ລິເລີ່ມຂອງ ສປຊ

ຜັນຂະຫຍາຍໂຄງການດຳເນີນງານແຫ່ງຊາດ“ບໍ່ມີໄພອຶດຫີວ“ ຕາມຂໍ້ລິເລີ່ມຂອງ ສປຊ - ảnh 1
(​​ພິທີຜັນ​ຂະຫຍາຍ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ “ບໍ່​ມີ​ໄພ​ອຶດ​ຫີ​ວ“)

(vovworld) - ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ພິທີ ຜັນ​ຂະຫຍາຍ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ “ບໍ່​ມີ​ໄພ​ອຶດ​ຫີ​ວ“ ຕາມ​ຂໍ້​ລິ​ເລີ່​ມຂອງ​ ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ (ສປຊ) ບານ​ກິ​ມູນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢຸງ ​ເນັ້ນ​ໜັກ​ວ່າ: ​ໂດຍ​ເລີ່​ມມາ​ຈາກ​ປະ​ເທດ​ທີ່​ທຸກ​ຍາກ, ຂາດ​ທັນ​ຍາ​ຫານ, ດ້ອຍ​ພັດທະນາ, ຫວຽດນາມ​ໄດ້​ປະຕິບັດ​ແນວທາງ​ປ່ຽນ​ໃໝ່ ​ແລະ ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ພວມ​ພັດທະນາ ດ້ວຍ​ລາຍ​ຮັບ​ປານ​ກາງ. ​ໃນ​ສະພາບ​ໂລກາ​ພິວັດ, ກະ​ສີ​ກຳ​ຫວຽດນາມ ພວມ​ຕ້ອງ​ຮັບ​ມື​ກັບ​ການ​ທ້າ​ທາຍ​ໃຫຍ່ 2 ຢ່າງ, ນັ້ນ​ແມ່ນ: ຄວາມ​ສາມາດ​ແກ່ງ​ແຍ້​ງ ​ແລະ ການ​ກະທົບ​ທີ່​ຫຍໍ້​ທໍ້​ຈາກ​ການ​ຫັນປ່ຽນ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢຸງ ​ໃຫ້​ຮູ້​ວ່າ, ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ດັ່ງກ່າວ, ລັດຖະບານ​ຫວຽດນາມ​ພວມ​ຜັນ​ຂະຫຍາຍ​ສອງ​ລາຍການ​ໃຫຍ່​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳ​ຄືນ​ໃໝ່, ດ້ວຍ​ບັນດາ​ມາດ​ຕະການ​ຈຸດ​ສຸມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢຸງ ຢືນຢັນ​ວ່າ:

        “ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ສືບ​ຕໍ່​ສະໜັບສະໜູນ ​ແລະ ພ້ອມ​ກັບ ສປຊ ​ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ. ​ເລື່ອງ​ຫວຽດນາມ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມ “ບໍ່​ມີ​ໄພ​ອຶດ​ຫີ​ວ“ນັ້ນ, ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ, ຕັ້ງໜ້າ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ ສປຊ ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຫວຽດນາມ​ ອີກ​ດ້ວຍ“.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຍັງ​ເນັ້ນ​ໜັກ​ວ່າ, ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ພັດທະນາ​ກະ​ສີ​ກຳກັບ​ບັນດາ​ປະ​ເທດ​ພວມ​ພັດທະນາ; ພ້ອມ​ທັງ​ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ນັບ​ທັງ​ດ້ານ​ເຕັກນິກ, ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ດ້ານ​ການ​ເງິນ​ຂອງ​ບັນດາ​ອົງການ ສປຊ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ໃຫ້​ແກ່​ຫວຽດນາມ.

        ສ່ວນ​ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ​ປະຈຳ ສປຊ, ຫົວໜ້າ​ຜູ້ຕາງໜ້າ​ລາຍການ​ພັດທະນາ ສປຊ ປະຈຳ​ຫວຽດນາມ, ຕີ​ລາຄາ​ສູງ​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ​ໄລຍະ 30 ປີ ຜ່ານ​ມາ, ພິ​ເສດ​ແມ່ນ​ຜົນ​ແຫ່ງ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ສະຫັດ​ສະວັດ; ຫຼຸດຜ່ອນ​ອັດຕາ​ຄອບຄົວ​ທຸກ​ຍາກ. ບັນດາ​ອົງການຂອງ ສປຊ , ບັນດາ​ອົງການ​ສາກົນ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ​ປະຕິບັດ​ສຳ​ເລັດ​ຂໍ້​ລິ​ເລີ່​ມນີ້ ກໍ່​ຄື​ວິວັດ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ