ຜູ້ມີສິດເລືອກຕັ້ງມີຄວາມເຊື່ອໝັ້ນຕໍ່ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟູຈ້ອງ

(VOVWORLD) -ຕອນບ່າຍວັນທີ 23 ຕຸລາ, ພາຍຫຼັງທີ່ສະພາແຫ່ງຊາດເລືອກຕັ້ງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃຫ້ດຳລົງຕຳແໜ່ງປະທານປະເທດ, ຄຳເຫັນຂອງຜູ້ມີສິດເລືອກຕັ້ງຢູ່ຫຼາຍເຂດພາກ ມີຄວາມເຊື່ອໝັ້ນ, ຫັນດີເຫັນພ້ອມ ແລະ ສະໜັບສະໜູນ.

ຜູ້ມີສິດເລືອກຕັ້ງ ໂດ້ອຽນຮືງ, ຢູ່ເມືອງ ນາມຕືລຽມ, ນະຄອນຮ່າໂນ້ຍ ຖືວ່າ, ສະພາແຫ່ງຊາດເລືອກຕັ້ງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃຫ້ດຳລົງຕຳແໜ່ງປະທານປະເທດແມ່ນການຕັດສິນຢ່າງຖືກຕ້ອງ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເປັນຜູ້ມີອິດທິພົນຊື່ສຽງໃນອົງການຈັດຕັ້ງພັກ ແລະ ປະຈຸບັນເປັນຜູ້ນຳໜ້າລັດ ຈະເຮັດໃຫ້ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ເພີ່ມຂຶ້ນ.

        ຜູ້ມີສິດເລືອກຕັ້ງ ຟານງອັກເລີມ, ຢູ່ນະຄອນ ລາຍເຈົາ, ຖືວ່າ: ການເລືອກຕັ້ງຕຳແໜ່ງປະທານປະເທດໃນຄັ້ງນີ້ ຈະນຳມາເຊິ່ງຄວາມສະດວກຫຼາຍຢ່າງໃນການບໍລິຫານປະເທດຊາດ.

        “ເລື່ອງສະພາແຫ່ງຊາດຫາກໍ່ເລືອກຕັ້ງປະທານປະເທດ ແມ່ນເຫດການສຳຄັນຍິ່ງຂອງປະເທດຊາດ. ພວກຂ້າພະເຈົ້າປາດຖະໜາວ່າ, ດ້ວຍຖານະຕຳແໜ່ງຂອງຕົນ, ປະທານປະເທດ ຈະເອົາໃຈໃສ່ເຖິງບັນດາແຂວງເຂດພູດອຍ, ຊ່ວຍປະຊາຊົນຢູ່ເຂດພູດອຍພວກຂ້າພະເຈົ້າມີເງື່ອນໄຂພັດທະນາເສດຖະກິດ, ສັງຄົມ ແລະ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຕື່ມອີກ”.

        ໂດຍເຫັນດີເຫັນພ້ອມຕໍ່ເລື່ອງສະພາແຫ່ງຊາດເລືອກຕັ້ງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ດຳລົງຕຳແໜ່ງປະທານປະເທດ, ທ່ານ ຫງວຽນດິ່ງແກງ, ຜູ້ມີສິດເລືອກຕັ້ງແຂວງ ບັກນິງ ມີຄວາມຫວັງວ່າ, ເມື່ອທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ດຳລົງຕຳແໜ່ງປະທານປະເທດ ການຕ້ານການສໍ້ລາດບັງຫຼວງຈະໄດ້ຮັບການປະຕິບັດຢ່າງແຮງກວ່າ, ແຜ່ຂະຫຍາຍລົງສູ່ບັນດາຂະແໜງການ, ທ້ອງຖິ່ນຕ່າງໆ. ພ້ອມທັງປັບປຸງຄວາມໄວ້ເນື້ອເຊື້ອໃຈຂອງປະຊາຊົນຕໍ່ພັກ.

        ເຈົ້າເຫຼົ່າ ໂຮ່ວັນຍູນ, ຊົນເຜົ່າ ແຢຈຽງ, ເມືອງ ເຟືອກເຊີນ, ແຂວງ ກວາງນາມ ເຊື່ອໝັ້ນວ່າ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຈະປະຕິບັດບົດບາດປະທານປະເທດ ເປັນຢ່າງດີ.

        ສ່ວນຜູ້ມີສິດເລືອກຕັ້ງ ຫງວຽນຊວນແອງ, ຢູ່ນະຄອນ Peiku, ແຂວງ ຢາລາຍ, ຖືວ່າ ເລື່ອງທ່ານເລຂາທິການໃຫຍ່ ໄດ້ຮັບເລືອກຕັ້ງເປັນປະທານປະເທດ ບໍ່ພຽງແຕ່ແມ່ນຄວາມມຸງມາດປາດຖະໜາຂອງຕົວລາວເອງເທົ່ານັ້ນ, ຫາກຍັງແມ່ນຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງທົ່ວປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ