ຜູ້ສະໝັກຮັບເລືອກຕັ້ງ 2 ທ່ານກ້າວເຂົ້າສູ່ການໂຕ້ວາທີຄັ້ງສຸດທ້າຍ

ຜູ້ສະໝັກຮັບເລືອກຕັ້ງ 2 ທ່ານກ້າວເຂົ້າສູ່ການໂຕ້ວາທີຄັ້ງສຸດທ້າຍ - ảnh 1
ທ່ານ​ນາງ Hillary Clinton

(vovworld) –  ​ຕອນ​ຄ່ຳ​ວັນ​ທີ 19/10, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຜູ້ສະໝັກຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ ຂອງ​ພັກ ປະຊາທິປະ​ໄຕ ທ່ານ​ນາງ Hillary Clinton ແລະ ຜູ້ສະໝັກຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ ຂອງ​ພັກສາ​ທາ​ລະ​ນະ ທ່ານ Donald Trump ເລີ່​ມ​ກ້າວ​ເຂົ້າ​ສູ່​ການ​ໂຕ້​ວາ​ທີ​ໂດຍ​ກົງ​ຄັ້ງ​ທີ 3 ແລະ ກໍ່​ແມ່ນ​ຄັ້ງ​ສຸດ​ທ້າຍ​ໃນ​ບັ້ນ​ເຄື່ອນ​ໄຫວ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລີ​ກາ​ປີ 2016. ການ​ໂຕ້​ວາ​ທີ​ຖືກ​​ໄດ້​ດຳ​ເນີນ​ຢູ່​ຫໍ​ປະ​ຊຸມ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ Nevada ​ນະ​ຄອນ ລາດ​ເວ​ກາດ, ລັດ ເນ​ວາ​ດາ ແລະ ໄດ້​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ໃນ​ທົ່ວ​ປະ​ເທດ. ການ​ໂຕ້​ວາ​ທີ​ແກ່​ຍາວ​ເປັນ​ເວ​ລາ 90 ນາ​ທີ ແລະ ໄດ້​ແບ່ງ​ເປັນ 6 ວາ​ລະ​ດ້ວຍ​ບັນ​ດາ​ຫົວ​ຂໍ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໜີ້ສິນ​ ແລະ ບັນ​ດາ​ສິດ​ອຳ​ນາດ, ການ​ເຂົ້າ​ເມືອງ, ເສດ​ຖະ​ກິດ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ສານ​ສູງ​ສຸດ ແລະ ມາດ​​ຕະຖານ​ເພື່ອ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ.

       ພາຍຫຼັງ​ການ​ໂຕ້​ວາ​ທີ​ຄັ້ງ​ທີ 3 ນີ້, ຜູ້ສະໝັກຮັບ​ເລືອກ​ຕັ້ງ 2 ທ່ານ​ຈະ​ມີ​ເວ​ລາ 19 ວັນ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ໄລ​ຍະ​ທາງ​​ສຸດ​ທ້າຍ​ກ່ອນ​ທີ່​​ຈະ​ກ້າວເຂົ້າ​ສູ່​ການ​ເລືອກ​ຕັ້ງ​​ຢ່າງ​ເປັນທາງ​ການ​ໃນ​ວັນ​ທີ 8/11.


ຂ່າວ/ບົດ​ອື່ນ