ຜູ້​ອຳ​ນວຍ​ການ​ໃຫຍ່ VOV ໂດ​ຕຽ​ນ​ຊີ ເຮັດ​ວຽກ​ກັບ​ສູນ​ບຳ​ລຸງ​ສ້າງ RNTC ໂຮນ​ລັງ

(VOVWORLD) -  ວັນທີ 15 ສິງຫາ, ຄະນະປະຕິບັດງານຂອງວິທະຍຸກະຈາຍສຽງ ຫວຽດນາມ ໂດຍທ່ານ ໂດຕຽນຊີ ຜູ້ອຳນວຍການໃຫຍ່ ເປັນຫົວໜ້າຄະນະ, ໄດ້ເຮັດວຽກກັບສູນບຳລຸງສ້າງ RNTC ຢູ່ Amsterdam, ປະເທດໂຮນລັງ.
ຜູ້​ອຳ​ນວຍ​ການ​ໃຫຍ່ VOV ໂດ​ຕຽ​ນ​ຊີ ເຮັດ​ວຽກ​ກັບ​ສູນ​ບຳ​ລຸງ​ສ້າງ RNTC ໂຮນ​ລັງ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VOV)

ນີ້ແມ່ນສູນບຳລຸງສ້າງທີ່ມີຊື່ສຽງໃນທົ່ວໂລກຂອງໂຮນລັງ, ຂຶ້ນກັບອົງການສື່ມວນຊົນ RNW ໂຮນລັງ, ເຊິ່ງແມ່ນອົງການສະໜອງບັນດາຫຼັກສູດບຳລຸງສ້າງ ແລະ ຝືກອົບຮົມກ່ຽວກັບການສື່ສານ, ສື່ມວນຊົນ ແລະ ຊຸກຍູ້ຄວາມສາມາດໃນການສ້າງບັນດາການປ່ຽນແປງຢ່າງຕັ້ງໜ້າໃຫ້ແກ່ສັງຄົມ.

ທີ່ການເຮັດວຽກ, ທ່ານໂດຕຽນຊີ ໄດ້ສະເໜີຍູ້ແຮງການຮ່ວມມືລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ - RNTC, ທ່ານສະເໜີ RNTC ສະໜອງບັນດາຫຼັກສູດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ໃຫ້ຄຳປຶກສາດ້ານຍຸດທະສາດໃຫ້ແກ່ວິທະຍຸກະຈາຍສຽງ ຫວຽດນາມ ໃນສະພາບການ ວິທະຍຸກະຈາຍສຽງ ຫວຽດນາມ ພວມມີຄວາມຕ້ອງການຮ່ຳຮຽນປະສົບການ ກ່ຽວກັບການຫັນເປັນດີຈີຕອນ, ພັດທະນາສື່ມວນຊົນ AI.

ສ່ວນ ຜູ້ຕາງໜ້າ ຂອງ RNTC ໄດ້ແນະນຳກ່ຽວກັບທ່າແຮງ ແລະ ບັນດາບາດກ້າວພັດທະນາໃໝ່ຂອງ RNTC ໃນໄລຍະມໍ່ໆມານີ, ຢັ້ງຢືນຈະພ້ອມກັບ VOV ຄົ້ນຄ້ວາໃນໄລຍະຈະມາເຖິງ ເພື່ອຊຸກຍູ້ ແລະ ປະຕິບັດສຳເລັດບັນດາຫຼັກສູດບຳລຸງສ້າງດ້ານວິຊາການ.

ຕອບກັບ

ຂ່າວ/ບົດ​ອື່ນ