ຜູ້ອຳນວຍການໃຫຍ່ WTO: ຂໍ້ຕົກລົງ ບາລີ ມີຜົນປະໂຫຍດໃຫ້ບັນດາປະເທດພວມພັດທະນາ

ຜູ້ອຳນວຍການໃຫຍ່ WTO: ຂໍ້ຕົກລົງ ບາລີ ມີຜົນປະໂຫຍດໃຫ້ບັນດາປະເທດພວມພັດທະນາ - ảnh 1
(ພາບປະກອບ)

(vovworld) - ສິ້ນ​ສຸດ​ກອງ​ປະຊຸມ​ລັດຖະມົນຕີ​ອົງການ​ການ​ຄ້າ​ສາກົນ (WTO) ຄັ້ງ​ທີ 9 ຢູ່​ອີນ​ໂດ​ເນ​ເຊຍ ​ໃນ​ວັນ​ທີ 07/12, ຜູ້ອຳນວຍການ​ໃຫຍ່ WTO ທ່ານ Roberto Azevedo ຢືນຢັນ​ວ່າ ຂໍ້​ຕົກລົງດ້ານ​ການ​ຄ້າທົ່ວ​ໂລກ​ທີ່​ຫາ​ກໍ່​ບັນລຸ​ໄດ້​ທີ່​ກອງ​ປະຊຸມ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ແກ່​ບັນດາ​ປະ​ເທດ​ພວມ​ພັດທະນາ. ທ່ານ Azevedo ​ໃຫ້​ຮູ້​ວ່າ ປະຊາຊົນ​ໃນ​ທົ່ວ​ໂລກ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຂໍ້​ຕົກລົງນີ້, ພິ​ເສດ​ແມ່ນ​ຜູ້​ທຸກ​ຍາກ, ຜູ້​ຫວ່າງ​ງານ ​ແລະ ຜູ້​ບໍ່​ໄດ້​ຮັບ​ການ​ປົກ​ປ້ອງ. ທ່ານ​ລັດຖະມົນຕີ​ການ​ຄ້າ​ປະ​ເທດ​ເຈົ້າພາບ ທັງ​ເປັນ​ປະທານ​ກອງ​ປະຊຸມ WTO ຄັ້ງ​ນີ້ Gita Wirjawan ກໍ່​ຢືນຢັນ​ວ່າ ຜົນ​ປະ​ໂຫຍ​ດຕົ້ນ​ຕໍ່​ສ່ວນ​ຫຼາຍ​​ແມ່ນ​ຂຶ້ນ​ກັບ​ບັນດາ​ປະ​ເທດ​ພວມ​ພັດທະນາ, ຍ້ອນ​ສາມາດ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ລັດ​ຖະບານ​ປະຕິບັດ​ໂຄງການ​ຮັບປະກັນ​ສະບຽງ​ອາຫານ. “ຂໍ້​ຕົກລົງ ບາ​ລີ ຄົບ​ຖ້ວນ​” ຈະ​ສ່ວຍ​ໃຫ້​ບັນດາ​ປະ​ເທດ​ດ້ອຍ​ພັດທະນາ​ໄດ້​ຮັບ​ຜົນ​ຈາກ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ, ສາມາດ​ຊ່ວຍ​​ເພີ່ມລາຍ​ຮັບ​ຂອງ​ໂລກ​ຂຶ້ນ​ຕື່ມ 1.000 ຕື້ USD ​ແລະ ສ້າງວຽກ​​ເຮັດ​ງາ​ນທຳໃຫ້ ​21 ລ້ານຄົນ, ​ໃນ​ນັ້ນ​ມີວຽກ​​ເຮັດ​ງາ​ນທ​ຳໃຫ້ 18 ລ້ານ​ຄົນຢູ່​ບັນດາ​ປະ​ເທດ​ພວມ​ພັດທະນາ.

ຂ່າວ/ບົດ​ອື່ນ