ຝລັ່ງ: ຝ່າຍ “ເສື້ອເຫຼືອງ” ສືບຕໍ່ແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ຢູ່ຫຼາຍນະຄອນ

(VOVWORLD) -ວັນທີ 13 ເມສາ, ມີຜູ້ແຫ່ຂະບວນປະທ້ວງນັບສີບພັນຄົນຂຶ້ນກັບຝ່າຍ “ເສື້ອເຫຼືອງ” ຢູ່ຝລັ່ງ ໄດ້ຈັດການແຫ່ຂະບວນປະທ້ວງໃນທ້າຍອາທິດທີ 22 ຢ່າງລ້ຽນຕິດ ເພື່ອຄັດຄ້ານບັນດາມາດຕະການເຊິ່ງທ່ານປະທານາທິບໍດີຝລັ່ງ Emmanuel Macron ຄາດວ່າຈະປະກາດໃນອາທິດຈະມາເຖິງ.

ຝລັ່ງ: ຝ່າຍ “ເສື້ອເຫຼືອງ” ສືບຕໍ່ແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ຢູ່ຫຼາຍນະຄອນ - ảnh 1ຝ່າຍ “ເສື້ອເຫຼືອງ” ສືບຕໍ່ແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ຢູ່ຫຼາຍນະຄອນ

(ພາບ: AFP/TTXVN)

ກະຊວງພາຍໃນຝລັ່ງ ແຈ້ງໃຫ້ຊາບວ່າ, ມີ 31.000 ຄົນເຂົ້າຮ່ວມການແຫ່ຂະບວນໃນທົ່ວປະເທດໃນວັນທີ 13 ເມສາ, ສູງກວ່າລະດັບ 22.300 ຄົນເຂົ້າຮ່ວມການແຫ່ຂະບວນປະທ້ວງໃນອາທິດກ່ອນ. ເຖິງຢ່າງໃດກໍ່ຕາມ, ບັນດາຜູ້ຈັດຕັ້ງການແຫ່ຂະບວນປະທ້ວງຢືນຢັນວ່າ, ບັນດາຕົວເລກສະຖິຕິຂອງລັດຖະບານແມ່ຕ່ຳກວ່າສະພາບຕົວຈິງຫຼາຍເທື່ອ. ໃນການແຫ່ຂະບວນປະທ້ວງວັນທີ 13 ເມສາ, ຕຳຫຼວດໄດ້ຈັບຕົວ 15 ຄົນຢູ່ປາຣີ ແລະ ກວດກາຂໍ້ມູນສ່ວນຕົວເກືອບ 6.000 ຄົນ. ນີ້ແມ່ນການແຫ່ຂະບວນປະທ້ວງຄັ້ງທຳອິດ ພາຍຫຼັງທ່ານປະທານາທິບໍດີ Macron ເຊັນປະກາດໃຊ້ກົດໝາຍວ່າດ້ວຍການເພີ່ມສິດອຳນາດໃຫ້ແກ່ກຳລັງປ້ອງກັນຄວາມໝັ້ນຄົງ ປາບປາມການເຄື່ອນໄຫວແຫ່ຂະບວນປະທ້ວງ.

ຕອບກັບ

ຂ່າວ/ບົດ​ອື່ນ