ຝ​ລັ່ງ​ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​​ວ່າ​ດ້ວຍຮຽກ​ຮ​້ອງ​ລົບ​ລ້າງ​ຄຳ​ເວົ້າ​ທີ່ເປັນ​ປ​ໍ​ລະ​ປ​ັ​ກ​ໃນ​​ອິນ​ເຕີ​ແນັດ

(VOVWORLD) - ວັນທີ 9 ກໍລະກົດ, ສະພາຕ່ຳ ຝລັ່ງ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຮຽກຮ້ອງບັນດາພື້ນຖານທາງອິນເຕີແນັດ ຕ້ອງລົບລ້າງບັນດາຄຳເວົ້າເປັນປໍລະປັກ ແລະ ຍຸແຫຍ່ພາຍໃນ 24 ຊົ່ວໂມງ. ຮ່າງກົດໝາຍຈະໄດ້ຍື່ນສະເໜີຕໍ່ສະພາສູງເພື່ອພິຈາລະນາໃຫ້ສັດຕະຍາບັນ.
ຝ​ລັ່ງ​ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​​ວ່າ​ດ້ວຍຮຽກ​ຮ​້ອງ​ລົບ​ລ້າງ​ຄຳ​ເວົ້າ​ທີ່ເປັນ​ປ​ໍ​ລະ​ປ​ັ​ກ​ໃນ​​ອິນ​ເຕີ​ແນັດ - ảnh 1ວາລະກອງປະຊຸມຂອງສະພາຕ່ຳຝລັ່ງ (ພາບ: AFP/TTXVN) 

        ກ່ອນໜ້ານັ້ນ, ຮ່າງກົດໝາຍວ່າດ້ວຍການຮັບມືກັບຄຳເວົ້າທີ່ເປັນປໍລະປັກໃນອິນເຕີແນັດໂດຍພັກພື້ນຖານສາທາລະນະກ້າວໜ້າ (LREM) ຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ສະເໜີເຮັດຕາມກົດໝາຍສະບັບໜຶ່ງທີ່ຄ້າຍຄືກັນກັບຂອງ ເຢຍລະມັນ. ຖ້າບໍ່ປະຕິບັດຕາມ, ພື້ນຖານສື່ສັງຄົມອອນລາຍນັ້ນຈະຖືກປັບໄໝເງິນຂຶ້ນເຖິງ 1,25 ລ້ານ Euro.

        ຮ່າງກົດໝາຍແມ່ນພາກສ່ວນໜຶ່ງໃນຄວາມມານະພະຍາຍາມຂອງທ່ານ Emmanuel Macron ເພື່ອແນໃສ່ນຳ ຝລັ່ງ ກາຍເປັນປະເທດນຳໜ້າໃນເລື່ອງຮັດກຸມບັນດາຂໍ້ກຳນົດສຳລັບບັນດາພື້ນຖານສື່ສັງຄົມໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ