ຝລັ່ງຖື ອາຊີຕາເວັນອອກສ່ຽງໃຕ້ ແມ່ນຕະຫຼາດສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນ

ຝລັ່ງຖື ອາຊີຕາເວັນອອກສ່ຽງໃຕ້ ແມ່ນຕະຫຼາດສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ “ມຸ່ງ​​ໄປ​ເຖິງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”
(ພາບ: vietnamplus.vn)


(vovworld) - ວັນ​ທີ 03/04, ອົງການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ຝລັ່ງ (Ubifrance) ສົມທົບ​ກັບ​ສະພາ​ສູງ​ຝລັ່ງ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້ “ມຸ່ງ​​ໄປ​ເຖິງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”, ​ເພື່ອ​ແນ​ໃສ່​ໂຄ​ສະນາ​ກັບ​ບັນດາ​ວິ​ສາ​ຫະກິດ ​ແລະ ທ້ອງ​ຖິ່ນ​ຂອງ​ປະ​ເທດ​ນີ້ ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດຂອງ 10 ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານສະມາຊິກ​ສະພາ​ສູງ Christian Poncelet, ປະທານ​ກຸ່ມ​ສະມາ​ຊິກ​ມິ​ດຕະພາບ​ຝລັ່ງ - ຫວຽດນາມ ​ເນັ້ນ​ໜັກ​ວ່າ, ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແມ່ນ​ພາກ​ພື້ນ​ເຊິ່ງຝລັ່ງ ຮັກສາ​ການ​ພົວພັນ​ດີງາມ​ໃນ​ທຸກ​ຂົງ​ເຂດ, ຈາກ​ການ​ທູດ, ວັດທະນະທຳ ຕະຫຼອດ​ຮອດ​ເສດຖະກິດ, ການ​ຄ້າ, ພິ​ເສດ ກະຊວງ​ອຸດສາຫະກຳ​ການ​ຄ້າ​ຝລັ່ງ ກຳນົດ​ໃຫ້​ບຸລິມະສິດ​ພັດທະນາ. ກະຊວງ​ອຸດສາຫະກຳ​ການ​ຄ້າ​ຝລັ່ງ ​ໄດ້​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ຕະຫຼາດ​ສົ່ງ​ອອກ​ມຸ່ງ​ໄປ​ເຖິງ​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ່​ພົ້ນ​ເດັ່ນ ​ເຊິ່ງລວມມີ 4 ຂົງ​ເຂດ​ຕົ້ນ​ຕໍ່​ຄື: ອຸດສາຫະກຳ​ອາຫານ, ສາທາລະນະ​ສຸກ, ​ເຕັກ​ໂນ​ໂລ​ຊີ​ໃໝ່​ໃນ​ຂົງ​ເຂດ​ຂໍ້​ມູນຂ່າວສານ, ​ສື່ສານ ​ແລະ ພັດທະນາ​ຕົວ​ເມືອງ.

        ນີ້​ເປັນ​ຄັ້ງ​ທີ 2 ທີ່ Ubifrance ສົມທົບ​ກັບ​ສະພາ​ສູງ​ຝລັ່່ງ ຈັດ​ຕັ້ງ​ກອງ​ປະຊຸ​ມສຳ​ມະ​ນາ​ກ່ຽວ​ກັບ​ການ​ສົ່ງ​ອອກ​ໄປ​ຍັງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ