(vovworld) – ພາຍຫຼັງເວລາ 1 ເດືອນດຳເນີນການກວດກາສະເກັດທີ່ພົບເຫັນຢູ່ ເກາະ Reunion ຢູ່ ມະຫາສະໝຸດອີນເດຍ, ວັນທີ 03/09, ບັນດານັກໄອຍະການຝລັ່ງ ໄດ້ຢືນຢັນນີ້ແມ່ນປີກສ່ວນໜຶ່ງຂອງເຮືອບິນ MH 370 ຂອງບໍລິສັດການບິນ ມາເລເຊີຍແອລາຍ. ຄຳຖະແຫຼງຂອງບັນດານັກໄອຍະການປາຊີ ຊີ້ແຈ້ງວ່າ: ມື້ນີ້ອາດສາມາດຢືນຢັນໄດ້ວ່າ ປີກຂັບທີ່ພົບເຫັນໃນເກາະ Reunion ເມື່ອວັນທີ 29/07 ຜ່ານມາແມ່ນຂອງ MH 370. ຕາມບັນດານັກໄອຍະການແລ້ວ, ຖັນແຖວຜູ້ສືບສວນໄດ້ພົບເຫັນ 3 ຕົວເລກໃນສະເກັດ, ຫຼັງຈາກນັ້ນໄດ້ສະຫຼຸບວ່າ 1 ໃນຈຳນວນຕົວເລກດັ່ງກ່າວຖືກກັນກັບ seri ຂອງປີກຂັບເຮືອບິນ MH 370.