(vovworld) - ວັນທີ 15/12, ກະຊວງປ້ອງກັນປະເທດຝລັ່ງ ແຈ້ງໃຫ້ຊາບວ່າ, ເປັນຄັ້ງທຳອິດທີ່ກອງທັບອາກາດປະເທດນີ້ໄດ້ນຳໃຊ້ບັນດາລູກສອນໄຟນຳວິຖີ Scaip ເພື່ອບຸກໂຈມຕີບັນດາເປົ້າໝາຍຂອງກຸ່ມກໍ່ການຮ້າຍລັດສິດສະລາມ (IS) ອ້າງຊື່ເອງຢູ່ອີຮັກ. ຕາມແຈ້ງການແລ້ວ, ການບຸກໂຈມຕີດັ່ງກ່າວຂອງກອງທັບອາກາດຝລັ່ງ ໄດ້ມີການເຂົ້າຮ່ວມຂອງເຮືອບິນສູ້ຮົບປະກອບລູກສອນໄຟນຳວິຖີ ແລະ ລູກລະເປີດປະມານ 10 ລຳ ເຊິ່ງໄດ້ບິນຈາກບັນດາປະເທດສະຫະລັດອາຣັບເອມີເຫຼັດ (UEA) ແລະ ຈໍແດນ. ບັນດາເຮືອບິນເຫຼົ່ານັ້ນໄດ້ບຸກໂຈມຕີບັນດາຕຶກອາຄານຢູ່ເຂດ Al Qaim, ພາກຕາເວັນຕົກອີຮັກ, ເຊິ່ງແມ່ນສູນຝຶກອົບຮົມ ແລະ ສາງພະລາທິການຂອງ IS.