ຝະລັ່ງພ້ອມແລ້ວໃຫ້ການຮ່ວມມືກັບຫວຽດນາມໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ

ຝະລັ່ງພ້ອມແລ້ວໃຫ້ການຮ່ວມມືກັບຫວຽດນາມໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
​ຕ້ອນຮັບ​ທ່ານ​ນາງ Elisabeth Guigouປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ
​ສະພາ​ແຫ່ງ​ຊາດ ຝະລັ່ງ
(ພາບ: TTXVN)

(vovworld) ​ ​ ຕອນ​ເຊົ້າ​ວັນ​ທີ 16/12 ຢູ່​ຮ່າ​ໂນ້ຍ ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Elisabeth Guigou ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ຝະລັ່ງ ຊຶ່ງ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ເຈືອງ​ເຕີ໋ນຊາງ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ ຕໍ່ໜ້າ​ການ​ພົວພັນ​ຮ່ວມ​ມື ພັດທະນາລະຫວ່າງ ຫວຽດນາມ - ຝະລັ່ງ ​ໃນ​ບັນດາ​ຂົງ​ເຂດ ​ແລະ ຖື​ວ່າ: 2 ຝ່າຍ​ຄວນ​ຍົກ​ສູງ​ວົງ​ເງິນ​ການ​ຄ້າ ​​ເພື່ອ​ທຽບ​ເທົ່າ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນ​ລະດັບ​ເກືອບ 3 ຕື້ USD ​ໃນ​ປະຈຸ​ບັນ. ກ່ຽວ​ກັບ​ຄວາມ​ສົນ​ໃຈ​ຂອງ ຝະລັ່ງ ທີ່​ມີ​ຕໍ່​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານ​ປະ​ເທດ ຊີ້​ແຈ້ງວ່າ: ​ເລື່ອງ ຈີນ ກໍ່ສ້າງ, ຖົມ​ດິນ​ເປັນ​ເກາະ​ ດ້ວຍລະດັບ​ຄວາມ​ໄວ ​ແລະ ມີ​ຂອບ​ຂະໜາດ​ໃຫຍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໄດ້​ເຮັດ​ໃຫ້​ປ່ຽນ​ແປງ​ສະພາບ​ເດີ່ມ, ນາບ​ຂູ່​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ລະ​ເມີດ​ຖະ​ແຫຼ​ງການ DOC. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ຂອບ​ໃຈ ຝະລັ່ງ ທີ່​ໄດ້​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ ຫວຽດນາມ ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຂັດ​ແຍ່ງ​ກັນ ​ໂດຍ​ສັນຕິ​ວິທີ​ຕາມ​ກົດໝາຍ​ສາກົນ, ຊຸກຍູ້​ການ​ລົງ​ນາມ​ໃນ​ປະມວນ​ຂໍ້​ກຳນົດ COC, ຮັກສາ​ຄວາມ​ໝັ້ນ​ຄົງ ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການບິນ.

        ສ່ວນທ່ານ​ນາງ Elisabeth Guigou ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ຝະລັ່ງ ​ຢືນຢັນ​ວ່າ: ຝະລັ່ງ ສະໜັບສະໜູນການ​ແກ້​ໄຂ​ການ​ຂັດ​ແຍ່ງ​ກັນ ​ໂດຍ​ສັນຕິ​ວິທີ​ຕາມ​ກົດໝາຍ​ສາກົນ ​ແລະ ​ພ້ອມ​ແລ້ວ​ໃຫ້ການ​ຮ່ວມ​ມື​ກັບ​ຫວຽດນາມ​ ໃນ​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາງ​ເຊື່ອ​ໝັ້ນ​ວ່າ: ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອີ​ຢູ ຈະ​ໄດ້​ຮັບຮອງ​ເອົາ​ໃນ​ຕົ້ນ​ປີ 2016.

ຂ່າວ/ບົດ​ອື່ນ