ຝ່າຍຊ້າຍຍາດໄຊຊະນະທີ່ການເລືອກຕັ້ງສະພາແຫ່ງຊາດ ອີຕາລີ

ຝ່າຍຊ້າຍຍາດໄຊຊະນະທີ່ການເລືອກຕັ້ງສະພາແຫ່ງຊາດ ອີຕາລີ - ảnh 1
ການເລືອກຕັ້ງຢູ່ ອີຕາລີ
ພາບ:internet

(vovworld) -   ວັນ​ທີ 16/3, ສະພາ​ແຫ່ງ​ຊາດ​ຊຸດ​ໃຫມ່​ຂອງ ອີ​ຕາ​ລີ ​ໄດ້​ເລືອກ​ຕັ້ງ 2 ທ່ານ​ທີ່​ຂຶ້ນ​ກັບ​ພັນທະ​ມິດ​ຝ່າຍ​ຊ້າຍ​ດຳລົງ​ຕຳ​ແຫນ່​ງປະທານ​ສະພາ​ຕຳ່ ​ແລະ ສະພາ​ສູງ. ທ່ານ​ນາງ Laura Boldrini ສະມາຊິກ​ຂອງ​ພັກ​ຝ່າຍ​ຊ້າຍ, ສະພາບ​ແວດ​ລ້ອມ, ​ແລະ ​ເສ​ລີພາບ ຂຶ້ນ​ກັບ​ພັນ​ທະ​ມິດ​ຝ່າຍ​ຊ້າຍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ຕຳ່. ສ່ວນ​ອະດີດ ​ໄອ​ຍະ​ການ ທ່ານ Pietro Grasso ສະມາຊິກ​ຂອງ​ພັກ​ປະຊາທິປະ​ໄຕ​ຝ່າຍ​ຊ້າຍ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ສູງ. ໝາກຜົນ​ດັ່ງກ່າວ​ແມ່ນ​ບາດກ້າວ​ມູ່ງ​ໄປ​​ເຖິງ​ການ​ຢຸດຕິ​ສະພາບ​ບໍ່​ມີ​ທາງ​ອອກ​ດ້ານ​ການ​ເມືອງ​ຢູ່ ອີ​ຕາ​ລີ ພາຍຫລັງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຊື່​ງດຳ​ເນີນ​ໄປ​ໃນ​ເດືອນ 2 ຜ່ານ​ມາ ​ແຕ່​ບໍ່​ມີ​ພັກ​ໃດ​ຍາດ​ໄດ້​ໄຊຊະນະ​.
ຂ່າວ/ບົດ​ອື່ນ