ພັກ, ລັດ ຫວຽດ​ນາມ ຍາມ​ໃດ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ວຽກ​ງານ​ສົ່ງ​ເສີມ​​ຄວາມ​ເກັ່ງ​ກ້າ​ສາ​ມາດຂອງ​ໄວ​ໜຸ່ມ

(VOVWORLD) - ເນື່ອງໃນໂອກາດ ສະເຫຼີມສະຫຼອງ 91 ປີ ແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຕອນເຊົ້າວັນທີ 26 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບແບບຢ່າງໜຸ່ມດີເດັ່ນ ຫວຽດນາມ ປີ 2021.
ພັກ, ລັດ ຫວຽດ​ນາມ ຍາມ​ໃດ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ວຽກ​ງານ​ສົ່ງ​ເສີມ​​ຄວາມ​ເກັ່ງ​ກ້າ​ສາ​ມາດຂອງ​ໄວ​ໜຸ່ມ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ທີ່ການພົບປະ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ເປັນພິເສດຕໍ່ວຽກງານສົ່ງເສີມຄວາມເກັ່ງກ້າສາມາດຂອງໄວໜຸ່ມ ແລະ ໄດ້ວາງອອກແຜນນະໂຍບາຍ, ນະໂຍບາຍສຳຄັນຫຼາຍສະບັບ. ໃນນັ້ນ, ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດວ່າ ໜຶ່ງໃນບັນດາກຳນົດທິດສຳຄັນໃນການພັດທະນາປະເທດຊາດ ໄລຍະ 2021 – 2030 ແມ່ນພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ດຶງດູດ ແລະ ໃຫ້ຄວາມສຳຄັນໃນການນໍາໃຊ້ຜູ້ມີຄວາມເກັ່ງກ້າສາມາດ; ສ້າງສະພາບແວດລ້ອມ, ເງື່ອນໄຂດີທີ່ສຸດເພື່ອບຳລຸງສ້າງ, ຄົ້ນພົບ, ຍ້ອງຍໍຊົມເຊີຍ ແລະ ໃຫ້ຄວາມສຳຄັນໃນການນໍາໃຊ້ແຫຼ່ງຊັບພະຍາກອນມະນຸດໜຸ່ມໃຫ້ມີຄຸນນະພາບສູງເພື່ອອຸທິດສ່ວນແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກໍຫວັງວ່າ ບັນດາແບບຢ່າງໜຸ່ມປີ 2021 ນີ້ ຈະຝຶກຝົນຫຼໍ່ຫຼອມຕົນເອງຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ, ດຳລົງຊີວິດຢ່າງມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ, ຝຶກຝົນສູ້ຊົນບຸນບືນຢ່າງບໍ່ຢຸດຢັ້ງ, ເປັນແບບຢ່າງດີເດັ່ນຂອງໄວໜຸ່ມ ຫວຽດນາມ ຢ່າງແທ້ຈິງ./.


ຕອບກັບ

ຂ່າວ/ບົດ​ອື່ນ