ພັກCPPແລະCNRPຢູ່ກຳປູເຈຍສ້າງແຜນການເຊື່ອມຕໍ່ການເຈລະຈາ

ພັກCPPແລະCNRPຢູ່ກຳປູເຈຍສ້າງແຜນການເຊື່ອມຕໍ່ການເຈລະຈາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ກຳ​ປູ​ເຈຍ Hun Sen ​
photo:internet


(vovworld)-ວັນ​ທີ 1/4, ບັນດາ​ເຈົ້າ​ຫນ້າ​ທີ່ ກຳປູ​ເຈຍ ​ໃຫ້​ຮູ້​ວ່າ:  ທ່ານ​ນາຍົກລັດຖະມົນຕີ ກຳ​ປູ​ເຈຍ Hun Sen ​ແລະ ການ​ນຳ​ຝ່າຍ​ຄ້ານ Sam Rainsy ມີ​ແຜນການ​ເຊ່ືອມ​ຕໍ່​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ທີ່​ຖົກ​ຖຽງ​ກັນ​ພາຍຫລັງ​ການ​ເລືອກ​ຕັ້ງ ​ແຕ່​ບໍ່​ທັນ​ກຳນົດ​ເວລາ​ລະອຽດ. ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັ​ງປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ກຳປູ​ເຈຍ Sar Kheng ​ໃຫ້​ຮູ້​ວ່າ: ການ​ພົບ​ປະລະ​ຫວ່າງ​ການ​ນຳ​ຂອງ​ພັກ​ປະຊາຊົນ ກຳປູ​ເຈຍ ​ກຳ​ອຳນາດ ​ແລະ ພັກ​ກູ້​ຊາດ ກຳປູ​ເຈຍ CNRP ຝ່າຍ​ຄ້ານ ພວມ​ໄດ້​ຮັບ​ການ​ການ​ກະກຽມ ​ແຕ່​ທ່ານ​ບໍ່​ທັນ​​ເປີດ​ເຜີຍ​ລາຍ​ລະອຽດ. ​ໃນ​ຂະນະ​ນັ້ນ ທ່ານ Son Chhay ສະມາຊິກ​ສະພາ​ແຫ່ງ​ຊາດ, ຫົວຫນ້າ​ກຸ່ມ​ເຈລະຈາ​ຂອງ CNRP ກັບ CPP ຮັບ​ຮູ້​ວ່າ: ສອງ​ຝ່າຍ​ໄດ້​ພົວພັນ​ຕິດ​ຕໍ່​ນຳ​ກັນ​ ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ຈະ​ປຶກສາ​ຫາລື​ໃນ​ການ​ພົບ​ປະ​ຂັ້ນ​ສູງ​ດັ່ງກ່າວ ​ແຕ່​ເວລາ​ຈັດການ​ພົບ​ປະ​ບໍ່​ທັນ​ໄດ້​ກຳນົດ​ເທື່ອ.

 

ຂ່າວ/ບົດ​ອື່ນ