ພັກ​ກອມ​ມູ​ນິດ ອີ​ຕາ​ລີ ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປະ​ຕິ​ບັດ​ຄຳ​ພິ​ໄນ​ກຳ​ຂອງ​ປະ​ທານ ໂຮ່​ຈີ​ມິນ

(VOVWORLD) -ພັກກອມມູນິດ ອີຕາລີ ຫາກໍ່ຈັດຕັ້ງການພົບປະສັງສັນ, ປຶກສາຫາລືກ່ຽວກັບປະທານໂຮ່ຈີມິນ, ຜູ້ນຳຂອງປະຊາຊົນ ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງເພີ່ນ, ຢູ່ເຂດ Sicily ທາງພາກໃຕ້ ອີຕາລີ. 
ພັກ​ກອມ​ມູ​ນິດ ອີ​ຕາ​ລີ ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປະ​ຕິ​ບັດ​ຄຳ​ພິ​ໄນ​ກຳ​ຂອງ​ປະ​ທານ ໂຮ່​ຈີ​ມິນ - ảnh 1

ທ່ານ Luca Cangemi ເລຂາທິການສູນກາງພັກ PCI ຜູ້ຮັບຜິດຊອບຂົງເຂດການສຶກສາກ່າວຄຳເຫັນທີ່ເຫດການ(ພາບ: TTXVN)

ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນເວິນຢຸ໋ງ, ທີ່ປຶກສາຮັບຜິດຊອບວຽກງານກົງສູນ ສະຖານທູດ ຫວຽດນາມປະຈຳ ອີຕາລີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຂໍ້ລິເລິ່ມຂອງພັກກອມມູນິດ ອີຕາລີ ແລະ ຢັ້ງຢືນວ່າ ເຖິງວ່າ 50 ປີໄດ້ຜ່ານໄປແລ້ວກໍ່ຕາມ, ແຕ່ຄຳພິໄນກຳຂອງປະທານໂຮ່ຈີມິນ ຍາມໃດກໍ່ແມ່ນເອກະສານປະຫວັດສາດອັນລ້ຳຄ່າ ໂດຍແມ່ນ ສິ່ງຍອດຍິ່ງຂອງແນວຄິດ, ຄຸນສົມບັດ ແລະ ຈິດໃຈອັນສູງສົ່ງຂອງ ວິລະບຸລຸດຍິ່ງໃຫຍ່, ຜູ້ທີ່ອຸທິດສ່ວນຕະຫຼອດຊີວິດ, ສູ້ຊົນເສຍສະຫຼະ ເພື່ອປະເທດຊາດ ແລະ ປະຊາຊົນ.

        ສ່ວນພັກກອມມູນິດ ອີຕາລີ, ທ່ານ Luca Cangemi ເລຂາທິການສູນກາງພັກກອມມູນິດອີຕາລີ ຜູ້ຮັບຜິດຊອບຂົງເຂດການສຶກສາແບ່ງປັນວ່າ ປະທານໂຮ່ຈີມິນ ແມ່ນແບບຢ່າງຍິ່ງໃຫຍ່ໃນການຕໍ່ສູ້, ປົດປ່ອຍປະເທດຊາດ, ເປັນນັກຮົບ ຕໍ່ສູ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍໃຫ້ແກ່ພາລະກິດສັນຕິພາບ, ຄວາມກ້າວໜ້າ ແລະ ພັດທະນາໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ