ພັກກອມມູນິດຫວຽດນາມແລະພັກແຮງງານເມຊີໂກເພີ່ມທະວີການພົວພັນຮ່ວມມື

ພັກກອມມູນິດຫວຽດນາມແລະພັກແຮງງານເມຊີໂກເພີ່ມທະວີການພົວພັນຮ່ວມມື - ảnh 1
ທ່ານ ຫວູງອກ​ຮ່ວາງມອບ​ຂອງ​ຂວັນ​ໃຫ້Anaya Gutierez ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ ​ເມ​ຊີ​ໂກ
ພາບ:TTXVN


(vovworld)-ຄະນະ​ຜູ້​ແທນ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ ຫວູງອກ​ຮ່ວາງ, ຮອງ​ຫົວຫນ້າ​ຄະນະ​ປະຈຳ​ນຳ​ຫນ້າ ​ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເມ​ຊີ​ໂກ ​ແຕ່​ວັນ​ທີ 30/6-4/7 ຕາມ​ຄຳ​ເຊີນ​ຂອງ​ພັກ​ແຮງ​ງານ​ເມ​ຊີ​ໂກ. ການ​ຢ້ຽມຢາມ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ສຶກສາ ​ແລະ ​ໂຄສະນາ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ເມ​ຊີ​ໂກ, ທ່ານ ຫວູງອກ​ຮ່ວາງ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ Anaya Gutierez ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ ​ເມ​ຊີ​ໂກ. ສອງ​ຝ່າຍ​ເປັນ​ເອກະ​ພາບດຳ​ເນີນ​ບັນດາ​ການ​ແລກ​ປ່ຽນ​ສອງ​ຝ່າຍ​ກ່ຽວ​ກັບ​ວຽກ​ງານ​ທິດ​ສະ​ດີ​ຄັ້ງ​ທີ 2 ຢູ່ ​ເມ​ຊີ​ໂກ ​ແລະ ການ​ເຄື່ອນ​ໄຫວ​ນີ້​ໄດ້​ຮັບ​ການຈັດ​ຕັ້ງ​ໝູນວຽນ​ປະຈຳ​ປີ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Gutierez ​ ​ປະກາດ​ວ່າ:​ ພັກ​ແຮງ​ງານ ​ເມ​ຊີ​ໂກ ມອບ​ລົດ​ເຂັນ 50 ຄັນ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ