ພັກກຳອຳນາດຢູແກຼນ ຮຽກຮ້ອງປະຕິຮູບ ລັດຖະບານ


ພັກກຳອຳນາດຢູແກຼນ ຮຽກຮ້ອງປະຕິຮູບ ລັດຖະບານ - ảnh 1

ຜູ້ແຫ່​ຂະ​ບວນປະ​ທ້ວງ​ຢູ່ Kiev ​ເມື່ອ​ວັນ​ທີ 15/12

(ພາບ: REUTERS/Marco Djurica)

 (vovworld)- ​ໃນ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ວິທີ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ​ທີ່​ຮ້າຍ​ແຮງ​ໃນ​ປະຈຸ​ບັນ, ວັນ​ທີ 16/12, ພັກ “ບັນດາ​ເຂດ“ ກຳ​ອຳນາດຢູ່ຢູ​ແກຼນ ​ໄດ້​ຮຽກຮ້ອງ​ດຳ​ເນີນການ​ປະຕິ​ຮູບ​ລັດຖະບານ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ. ​ໃນ​ຂະນະ​ນັ້ນ, ຝ່າຍ​ຄ້ານ​ຢູ​ແກຼນ ສືບ​ຕໍ່​ກະກຽມ​ໃຫ້​ແກ່​ບັ້ນ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫ່ຍຄັ້ງທີ 2 ​ເພື່ອ​ກໍ່​ກຳລັງ​ດັນ​ຕໍ່​ລັດຖະບານ. ບັນດາ​ສະມາຊິກ​ລັກ​ຖະສະພາພັກ “ບັນດາ​ເຂດ“ ຂອງ​ປະທານາທິບໍດີ Viktor Yanukovych ​ໃຫ້​ຮູ້​ວ່າ​ໄດ້​ຮຽກຮ້ອງ​ໃຫ້​ນາຍົກລັດຖະມົນຕີ Mykola Azarov ດຳ​ເນີນ​ການ​ປະຕິ​ຮູບ 90 % ພາກ​ສ່ວນ​ລັດຖະບານ​ໂດຍ​ທັນ​ທີ່. ຄຳ​ຮຽກຮ້ອງ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​​ໃນ​ການ​ປະຊຸມ​ລັບ​ຂອງ​ບັນດາ​ທ່ານ​ສະມາຊິກພັກ “ບັນດາ​ເຂດ“ ກັບ​ສະມາຊິກ​ລັດຖະບານ​ທັງ​ໝົດ​ໃນ​ວັນ​ທີ 16/12 ​. ກ່ອນ​ໜ້ານັ້ນ, ປະທານາທິບໍດີ Viktor Yanukovych ກ່າວ​ເຕືອນ​ວ່າ​ຈະຄັດ​ເຂ່ຍບັນດາ​ເຈົ້າໜ້າ​ທີ່​ຮຽບຮຽງ​ຂໍ້​ຕົກລົງ​ຮ່ວມ​ສຳພັນ​ກັບ​ສະຫະພາບ​ເອີ​ລົບ (ອີ​ຢູ)./.

ຂ່າວ/ບົດ​ອື່ນ