ພັດທະນາ ແລະ ໝູນໃຊ້ AI ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຜົນປະໂຫຍດຂອງສັງຄົມ, ປະຊາຊົນເປັນໃຈກາງ

(VOVWORLD) - ປັນຍາປະດິດໄດ້ກາຍເປັນໜຶ່ງໃນບັນດາເຕັກໂນໂລຊີຫຼັກແຫຼ່ງຂອງການປະຕິວັດອຸຸດສາຫະກຳຄັ້ງທີ 4, ສວມບົດບາດສຳຄັນໃນການປ່ຽນແປງໂລກ.
ພັດທະນາ ແລະ ໝູນໃຊ້ AI ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຜົນປະໂຫຍດຂອງສັງຄົມ, ປະຊາຊົນເປັນໃຈກາງ - ảnh 1(ທ່ານ ເຈິ່ນລຶວກວາງ, ຫົວໜ້າຄະນະເສດຖະກິດສູນກາງ, ຮອງນາຍົກລັດຖະມົນຕີ ຫວຽດນາມ)

      ພັດທະນາ ແລະ ໝູນໃຊ້ AI ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຜົນປະໂຫຍດຂອງສັງຄົມ, ປະຊາຊົນເປັນໃຈກາງ. ນີ້ແມ່ນຄຳຢືນຢັນຂອງທ່ານ ເຈິ່ນລຶວກວາງ, ຫົວໜ້າຄະນະເສດຖະກິດສູນກາງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ທີ່ວັນບຸນປັນຍາປະດິດ (AI4VN) 2024, ຈັດຂຶ້ນໃນວັນທີ 23 ສິງຫາ, ຢູ່ ຮ່າໂນ້ຍ. ຫົວຂໍ້ຂອງວັນບຸນແມ່ນ “ເປີດຫຼອກກຳລັງແຮງປູມປັນຍາປະດິດ”, ເນັ້ນໜັກເຖິງຄວາມສາມາດຂອງ AI ໃນການສ້າງບັນດາຄຸນຄ່າໃໝ່ໃຫ້ແກ່ວິສາຫະກິດ ແລະ ປົວແປງຊີວິດການເປັນຢູ່.

        ກ່າວຄຳເຫັນທີ່ເຫດການ, ທ່ານ ເຈິ່ນລຶວກວາງ ເນັ້ນໜັກວ່າ, ປັນຍາປະດິດໄດ້ກາຍເປັນໜຶ່ງໃນບັນດາເຕັກໂນໂລຊີຫຼັກແຫຼ່ງຂອງການປະຕິວັດອຸຸດສາຫະກຳຄັ້ງທີ 4, ສວມບົດບາດສຳຄັນໃນການປ່ຽນແປງໂລກ.

        “ໂດຍເຫັນໄດ້ຄວາມສຳຄັນຂອງປັນຍາປະດິດ, ໃນໄລຍະຜ່ານມາ, ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ, ການກຳນົດທິດລະອຽດ ເພື່ອຊຸກຍູ້ການເຄື່ອນໄຫວຄົ້ນຄວ້າ, ພັດທະນາ ແລະ ໝູນໃຊ້ເຕັກໂນໂລຊີປັນຍາປະດິດ. ທ່ານນາຍົກລັດຖະມົນຕີກໍ່ປະກາດໃຊ້ຍຸດທະສາດແຫ່ງຊາດກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະ ໝູນໃຊ້ປັນຍາປະດິດຮອດປີ 2030 ດ້ວຍເປົ້າໝາຍ ນຳ AI ໃຫ້ກາຍເປັນຂົງເຂດເຕັກໂນໂລຊີສຳຄັນຂອງ ຫວຽດນາມ. ຍຸດທະສາດໄດ້ວາງເປົ້າໝາຍຮອດປີ 2030, ຫວຽດນາມ ກາຍເປັນສູນນະວັດຕະກຳ, ພັດທະນາບັນດາມາດຕະການແກ້ໄຂ ແລະ ໝູນໃຊ້ AI ໃນພາກພື້ນ ອາຊຽນ”.

        ຜ່ານວັນບຸນນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີໃຫ້ທຸກຄົນພ້ອມກັນຮ່ວມມື, ແບ່ງປັນຂໍ້ມູນຂ່າວ, ບົດຮຽນເພື່ອຊຸກຍູ້ການເຄື່ອນໄຫວຄົ້ນຄວ້າ, ການໝູນໃຊ້ກ່ຽວກັບປັນຍາປະດິດ… ປະກອບສ່ວນຊຸກຍູ້ການພັດທະນາລະບົບຊີວະພາບ AI ແບບຍືນຍົງຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ