ພັດທະນາຂະແໜງອຸດສາຫະກຳງົວແລະນ້ຳນົມແບບຍືນຍົງ

ພັດທະນາຂະແໜງອຸດສາຫະກຳງົວແລະນ້ຳນົມແບບຍືນຍົງ - ảnh 1
ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຮ່ວາງ​ຈຸ​ງຫາຍ
ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ
(ພາບ: baobinhdinh)


(vovworld) – ການ​ໂອ້​ລົ​​​ມສົນທະນາ “ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ງົວ ​ແລະ ນ້ຳນົ​ມ ​ໃຫ້ທັນ​ສະ​ໄໝ, ​ເຊື່ອມ​ໂຍງ ​ແລະ ຍືນ​ຍົງຢູ່​ຫວຽດນາມ”, ຖືກ​ດຳ​ເນີນ​ໃນ​ວັນ​ທີ 09/11, ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ທະນາຄານ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ, ທະນາຄານ ANZ ​ແລະ ສະຫະ​ສະມາຄົມ​ຊີ້ນ ​ແລະ ສັດລ້ຽງ​ອົດ​ສະ​ຕາ​ລີ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ໄດ້​ເອົາ​ໃຈ​ໃສ່​ຂະ​ແໜງ​ລ້ຽງສັດ​ຕ້ອງ​ຍູ້​ແຮງ​ມາດ​ຕະການ​ແກ້​ໄຂ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ງົວ ​ແລະ ນ້ຳນົມ ຕາມ​ທິດ ຍົກ​ສູງ​ມູນ​ຄ່າ​ເພີ່ມ ​ແລະ ພັດທະນາ​ແບບ​ຍືນ​ຍົງ, ​ໃນ​ນັ້ນ​ຕ້ອງ​ສ້າງ​ການ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຊາວ​ກະສິກຳ​ລ້ຽງ​ງົວ.

      ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຊ່ຽວຊານ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ຍົກ​ອອກ​ຄຳ​ຕັກ​ເຕືອນວ່າ ນອກ​ຈາກ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ຂະ​ແໜງ​ລ້ຽງ​ງົວ ​ແລະ ນ້ຳນົມ​ຕ້ອງ​ຜັນ​ຂະຫຍາຍ​​ໂດຍ​ສັງ​ເຂ​ບບັນດາ​ມາດ​ຕະການ ຈາກ​ການວາງ​ແຜນ​ທົ່ງ​ຫ​ຍ້າ, ແຫຼ່ງອາຫານ​ລ້ຽງສັດ ຕະຫຼອດຮອດບັນດາ​ໂຮງງານ​ປຸງ​ແຕ່ງ, ຮັບປະກັນ​ລະບົບ​ມ​ູນຄ່າ​ຜະລິດ​ຕະພັນ.

ຂ່າວ/ບົດ​ອື່ນ