ພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນຄວາມຕ້ອງການ, ຄວາມຮຽກຮ້ອງທີ່ຈຳເປັນ, ແມ່ນບາດກ້າວບຸກທະລຸຍຸດທະສາດ, ໜ້າທີ່ຈຸດສູມ

(VOVWORLD) - ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະຊີ້ນຳ ພ້ອມກັບບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບແຜນການລະອຽດເພື່ອຜັນຂະຫຍາຍຍຸດທະສາດ ແລະ ໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ.
ພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນຄວາມຕ້ອງການ, ຄວາມຮຽກຮ້ອງທີ່ຈຳເປັນ, ແມ່ນບາດກ້າວບຸກທະລຸຍຸດທະສາດ, ໜ້າທີ່ຈຸດສູມ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ)

        ຕອນເຊົ້າວັນທີ 14 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳແຫ່ງຊາດກ່ຽວກັບການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະຊີ້ນຳ ພ້ອມກັບບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບແຜນການລະອຽດເພື່ອຜັນຂະຫຍາຍຍຸດທະສາດ ແລະ ໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເປັນເຈົ້າການສ້າງແຜນການ ເພື່ອຜັນຂະຫຍາຍບັນດາໜ້າທີ່ເຊິ່ງລັດຖະບານໄດ້ປະກາດໃຊ້; ຕ້ອງຜັນຂະຫຍາຍ, ລົງທຶນໃຫ້ສອດຄ່ອງກັບບາດກ້າວບຸກທະລຸຍຸດທະສາດ.

        “ການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນຄວາມຕ້ອງການ, ຄວາມຮຽກຮ້ອງທີ່ຈຳເປັນ, ແມ່ນບາດກ້າວບຸກທະລຸຍຸດທະສາດ ແລະ ກໍ່ແມ່ນໜ້າທີ່ຈຸດສຸມຂອງ ຫວຽດນາມ ໃນໄລຍະຈະມາເຖິງ; ແມ່ນວຽກງານຕ້ອງເຮັດ, ຕ້ອງຕັດສິນໃຈປະຕິບັດໃຫ້ໄດ້. ຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ, ການສະໜັບສະໜູນ, ເຂົ້າຮ່ວມຂອງປະຊາຊົນ, ວິສາຫະກິດ, ນັກລົງທຶນ, ການໜູນຊ່ວຍຂອງເພື່ອນມິດສາກົນ; ຄວາມຕັດສິນໃຈໄດ້ສະແດງອອກດ້ວຍບັນດາການກະທຳລະອຽດ, ມີແບບມີແຜນ, ມີວິທະຍາສາດ, ມີຈຸດຫຼັກ, ຈຸດສຸມ”.

ຕອບກັບ

ຂ່າວ/ບົດ​ອື່ນ