(vovworld) - ຕອນຄໍ່າວັນທີ 18/11, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດພິທີຍ້ອງຍໍສັນລະເສີນຄົນໜຸ່ມທີ່ມີຫົວຄິດປະດິດສ້າງ ທົ່ວປະເທດຄັ້ງທີ 5 ຢູ່ທີ່ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວເພື່ອມຸ້ງໄປເຖິງກອງປະຊຸມໃຫຍ່ຊາວໜຸ່ມທົ່ວປະເທດຄັ້ງທີ 10, ເຊິ່ງດຳເນີນໄປໃນເດືອນ 12 ຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ສະມາຊິກຊາວໜຸ່ມນະຄອນຫຼວງພ້ອມກັນເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີຍ້ອງຍໍສັນລະເສີນ, ທ່ານເລຂາທີໜຶ່ງສູນກາງຊາວໜຸ່ມ Nguyen Dac Vinh ຖືວ່າ; Festival ຜູ້ໜຸ່ມທີ່ມີຫົວຄິດປະດິດສ້າງທົ່ວປະເທດຄັ້ງນີ້ ຈະສືບຕໍ່ປຸກລະດົມ, ສົ່ງເສີມສະມາຊິກຊາວໜຸ່ມເສີມຂະຫຍາຍຂໍ້ລິເລີ່ມ, ຫົວຄິດປະດິດສ້າງ, ປັບປຸງເຕັກນິກການຜະລິດໃຫ້ເໝາະສົມ, ເປັນເຈົ້າການວິທະຍາສາດ ແລະ ເຕັກໂນໂລຊີ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.
“ການອອກແຮງງານຢ່າງມີຫົວຄິດປະດິດສ້າງແມ່ນຄຸນນະທາດ, ແມ່ນຄວາມສາມາດບົ່ມຊ້ອນຂອງໄວໜຸ່ມ, ຢູ່ໃສມີໄວໜຸ່ມຢູ່ບ່ອນນັ້ນມີຫົວຄິດປະດິດສ້າງ. ເພື່ອບຸກລຸກຄວາມເມົາມົວ, ລະດົມຈິດໃຈມີຫົວຄິດປະດິດສ້າງ, ສ້າງສະພາບແວດລ້ອມໃຫ້ຊາວໜຸ່ມເສີມຂະຫຍາຍຫົວຄິດປະດິດສ້າງ, ໃນໄລຍະຈະມາເຖິງ, ສູນກາງຊາວໜຸ່ມຈະຜັນຂະຫຍາຍຂະບວນການຄົນໜຸ່ມທີ່ມີຫົວຄິດປະດິດສ້າງໃນໝູ່ຊາວໜຸ່ມຢ່າງເລິກເຊິ່ງ, ກວ້າງແຂວງກວ່າອີກ; ສືບຕໍ່ເປັນເສນາທິການໃຫ້ລັດຖະບານ, ເປັນເຈົ້າການສົມທົບກັບບັນດາກະຊວງ, ຂະແໜງການ ເພື່ອສ້າງກົນໄກ, ນະໂຍບາຍສ້າງສະພາບແວດລ້ອມ ແລະ ເງື່ອນໄຂສະດວກໃຫ້ໄວໜຸ່ມເສີມຂະຫຍາຍການຫົວຄິດປະດິດສ້າງ, ປະຈັນບານເປັນເຈົ້າການວິທະຍາສາດ ເຕັກໂນໂລຊີ, ເພື່ຶອພັດທະນາເສດຖະກິດສັງຄົມ ແລະ ປົກປັກຮັກສາປະເທດຊາດ”.