ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການຢ້ຽມຢາມ ນິວຊີແລນ ຈັດຂຶ້ນຢ່າງເປັນທາງການ

(VOVWORLD) -ຈຸດພິເສດໃນພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ເຮືອນຮັບແຂກລັດຖະບານ ນິວຊີແລນ ແມ່ນພິທີຕ້ອນຮັບທີ່ເປັນມູນເຊື້ອຂອງຊາວເຜົ່າ Maori, ເຊິ່ງເປັນຊົນເຜົ່າທຳອິດມາຄົ້ນຫາ ແລະ ດຳລົງຊີວິດຢູ່ ນິວຊີແລນ.
 
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການຢ້ຽມຢາມ ນິວຊີແລນ ຈັດຂຶ້ນຢ່າງເປັນທາງການ - ảnh 1 ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ຕອນເຊົ້າວັນທີ 13 ມີນາ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບການຈັດຕັ້ງຢ່າງເປັນທາງການຢ່າງສົມກຽດທີ່ສຳນັກງານລັດຖະບານ, ຢູ່ນະຄອນຫຼວງ Auckland, ປະເທດ ນິວຊີແລນ, ພາຍໃຕ້ການເປັນປະທານຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern. ຈຸດພິເສດໃນພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ເຮືອນຮັບແຂກລັດຖະບານ ນິວຊີແລນ ແມ່ນພິທີຕ້ອນຮັບທີ່ເປັນມູນເຊື້ອຂອງຊາວເຜົ່າ Maori, ເຊິ່ງເປັນຊົນເຜົ່າທຳອິດມາຄົ້ນຫາ ແລະ ດຳລົງຊີວິດຢູ່ ນິວຊີແລນ.

        ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ກໍ່ໄດ້ດຳເນີນການເຈລະຈາ. ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ລົງນາມໃນບັນດາເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ອົງການຂອງ 2 ປະເທດ. ແລະກໍ່ໃນຕອນທ່ຽງວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີ Jacinda Ardern ກໍ່ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ