ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ
ທີ່ພິທີປະກາດວັນກົດໝາຍປະເທດ ສ.ສ ຫວຽດນາມ
(ພາບ: TTXVN)
|
(vovworld)- ພິທີປະກາດວັນກົດໝາຍປະເທດ ສ.ສ ຫວຽດນາມ ໄດ້ຖືກກະຊວງ ຍຸຕິທຳ ແລະ ສະພາສົມທົບວຽກງານເຜີຍແຜ່, ສຶກສາອົບຮົມກົດໝາຍສູນກາງ ຈັດຂຶ້ນໃນວັນທີ 8/11 ຢູ່ຮ່າໂນ້ຍ.ທີ່ພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງໄດ້ປະກາດ ວັນທີ 9/11 ໃນແຕ່ລະປີແມ່ນວັນ ກົດໝາຍປະເທດ ສ.ສ ຫວຽດນາມ. ທ່ານເນັ້ນໜັກວ່າ ວັນກົດໝາຍປະເທດ ສ.ສ ຫວຽດນາມ ຈະກາຍເປັນເຫດການການເມືອງ, ກົດໝາຍປະຈຳປີຂອງທົ່ວ ປະເທດແນໃສ່ ເຊີດຊູລັດຖະທຳມະນູນ ແລະ ກົດໝາຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ກ່າວວ່າ :
“ ເລື່ອງສະພາແຫ່ງຊາດຮັບຮອງເອົາ ກົດໝາຍເຜີຍແຜ່, ສຶກສາອົບຮົມ ກົດໝາຍ, ໃນນັ້ນກຳນົດ ວັນທີ 9/11 ໃນແຕ່ລະປີແມ່ນວັນ ກົດໝາຍປະເທດ ສ.ສ ຫວຽດນາມ ເພື່ອແນໃສ່ລະດົມກຳລັງໃຈແກ່ປະຊາຊົນຫວຽດນາມທັງປວງຍົກສູງສະຕິຄວາມຮັບຮູ້ເຄົາລົບກົດໝາຍ, ມີຄວາມຕື່ນຕົວປະຕິບັດ ແລະ ເຂົ້າຮ່ວມປ້ອງປ້ອງ ລັດຖະທຳມະນູນ ແລະ ກົດໝາຍ ”
ເພື່ອປະຕິບັດວັນກົດໝາຍຫວຽດນາມໃຫ້ເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ຊີ້ແຈ້ງວ່າ:
“ ວັນກົດໝາຍ ຫວຽດນາມ ຕ້ອງຖືກຈັດຕັ້ງຢ່າງແທດຈິງ, ສອດຄ່ອງໃນແຕ່ລະຂະແໜງການຂັ້ນຕ່າງໆ ເພື່ອຮັບໃຊ້ການພັດທະນາເສດຖະກິດສົງຄົມຢ່າງຕັ້ງໜ້າ, ຮັບໃຊ້ຄວາມຮຽກຮ້ອງຕ້ອງການດ້ານກົດໝາຍຂອງບັນດາອົງການສ່ວນບຸກຄົນ. ສືບຕໍ່ສ້າງລະບົບກົດໝາຍກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວຂອງບັນດາລະບອບບັນຍັດໃນລະບົບການໃຫ້ສົມບູນແບບ ແລະ ສອດຄ່ອງກັບຄວາມຕ້ອງການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຂອງປະຊາຊົນ, ມາຈາກປະຊາຊົນ ແລະ ເພື່ອປະຊາຊົນ. ສືບຕໍ່ສ້າງລະບົບກົດໝາຍໃຫ້ສົມບູບແບບ ເພື່ອຮັບປະກັນສິດທິມະນຸດ, ສິດເສລີ, ປະຊາທິປະໄຕຂອງປະຊາຊົນ ” .