ພິທີມອບທຶນສຶກສາໃຫ້ລູກຫລານຊາວຫວຽດນາມອາໄສຢູ່ລາວປີ2015

ພິທີມອບທຶນສຶກສາໃຫ້ລູກຫລານຊາວຫວຽດນາມອາໄສຢູ່ລາວປີ2015 - ảnh 1
ທ່ານຫງວຽນ​ແມ້ງ​ຮຸ່ງເອກ​ອັກ​ຄະ​ລ​ັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ
ມອບ​ທຶນ​ສຶກ​ສາ​ໃຫ້​ນັກ​ຮຽນ​ນັກ​ສຶກ​ສາ

(vovworld)-  ກ່າ​ວ​ຄ​ຳ​ເຫັນ​ທີ່​ພິ​ທີ​ມອບ​ທຶນ​ສຶກ​ສາ​ໃຫ້​ລູກ​ຫລານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ວຽງ​ຈັນ ໃນ​ຕອນ​ບ່າຍ 8/10, ທ່ານ ຫງວຽນ​ແມ້ງ​ຮຸ່ງ, ເອກ​ອັກ​ຄະ​ລ​ັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ ໃຫ້​ຮູ້​ວ່າ: ການມອບທຶນ​ສຶກ​ສາແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ຂອງ​ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ສະ​ຫງວນ​ໃຫ້​ແກ່​ນັກ​ຮຽນ​ນັກ​ສຶກ​ສາ ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ. ນີ້​ແມ່ນແຜນ​ການ​ຫັນ​ສັນ​ຍາ​ຮ່ວມ​ມື​ສອງ​ຝ່າຍ​ກ່ຽວ​ກັບ​ການ​ສຶກ​ສາ ບຳ​ລຸງ​ສ້າງ​ລະ​ຫວ່າງ​ສອງ​ລັດ​ຖະ​ບານ ລາວ ແລະ ຫວຽດ​ນາມ ປີ 2015 ​ແລະ ແຜນ​ການ​ຮ່ວມ​ມື​ການ​ສຶກ​ສາ ແລະ ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ປີ 2015 ລະ​ຫວ່າງ ສອງ​ກະ​ຊວງ​ສຶກ​ສາ​ບຳ​ລ​ຸງ​ສ້າງ ຫວຽດ​ນາມ ແລະ ກະ​ຊວງ​ສຶກ​ສາທິ​ການ ແລະ ​ກິ​ລາ​ລາວ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ທ່ານ ຫງວຽນ​ແມ້ງ​ຮຸ່ງ ໃຫ້​ຮູ້​ວ່າ:

 “ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ ໝັ້ນ​ໝາຍ​ຈະ​ສົມ​ທົບ​ກັບ​ສະ​ຖານ​ທູດ ລາວ ປະ​ຈຳ​ຫວຽດ​ນາມ ຕິດ​ຕາມ​ການ​ຮ່ຳ​ຮຽນ​ຂອງ​ບັນ​ດາ​ນັກ​ຮຽນ, ນັກສຶກ​ສາ ຊື່ງ​ແມ່ນ​ລູກ​ຫລານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ແລະ ໝັ້​ນ​ໝາຍ​ຈະ​ສ້າງ​ເງື່ອ​ນ​ໄຂ​ຂໍ​ທຶນ​ສຶກ​ສາ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ໃຫ້​ພວກ​ຫລານ​ເສັງ​ຈົບ​ໄດ້​ຄະ​ແນນ​ສູງ ຢູ່ ຫວຽດ​ນາມ ຮຽນ​ຕໍ່​ປະ​ລິ​ຍາ​ໂທ ແລະ ສ້າງ​ເງື່ອນ​ໄຂ​ຂໍ​ທຶນ​ສຶກ​ສາ​ຮຽນ​ຕໍ່​ປະ​ລິ​ຍາ​ເອກ ໃຫ້​ພວກ​ຫລານ ເສັງ​ຈົບ​ປະ​ລິ​ຍາ​ໂທ ໄດ້​ຄະ​ແນນ​ສູງ.”

 

 

ຂ່າວ/ບົດ​ອື່ນ